ລາງວັນບຸຍຊວນຟ້າຍໄດ້ແຜ່ກະຈາຍຄວາມຮັກຮ່າໂນ້ຍ

(VOVWORLD) -ພິທີມອບລາງວັນ “  ບຸຍຊວນຟ້າຍ-ເພື່ອຄວາມຮັກຮ່າໂນ້ຍ” ຄັ້ງທີ 11 ປີ 2018 ໄດ້ຖືກຈັກຂຶ້ນໃນວັນທີ 29/8 ຢູ່ຮ່າໂນ້ຍ
ລາງວັນບຸຍຊວນຟ້າຍໄດ້ແຜ່ກະຈາຍຄວາມຮັກຮ່າໂນ້ຍ - ảnh 1 ພິທີມອບລາງວັນ “ ບຸຍຊວນຟ້າຍ-ເພື່ອຄວາມຮັກຮ່າໂນ້ຍ” ຄັ້ງທີ 11

ປີນີ້ແມ່ນປີທີ 11 ທີ່ ລາງວັນ “  ບຸຍຊວນຟ້າຍ-ເພື່ອຄວາມຮັກຮ່າໂນ້ຍ” ສືບຕໍ່ພາລະກຳທີ່ດີງາມແມ່ນການຊອກຄົ້ນຫາ ແລະ ເຊີດຊູບັນດາການປະກອບສ່ວນທີ່ແທດຈິງໃຫ້ແກ່ນະຄອນຫຼວງຮ່າໂນ້ຍ. ປີນີ້ສະພາໃຫ້ຄະແນນໄດ້ມອບ 6 ລາງວັນສຳລັບ 4 ປະເພດ, ໃນນັ້ນ, “ລາງວັນໃຫຍ່-ເພື່ອຄວາມຮັກຮ່າໂນ້ຍ” ປີນີ້ຖືກມອບໃຫ້ອ້າຍຄູ-ຜູ້ເກັບກຳ-ນັກຄົ້ນຄ້ວາ ຫງວຽນບະດ້າມ. ທ່ານ ຫງວຽນບະດ້າມ ໃຫ້ຮູ້ວ່າ : 

    “ ຂ້າພະເຈົ້າພາກພູມໃຈເປັນຢ່າງຍິ່ງຍ້ອນໄດ້ຮັບຄວາມສົນໃຈຈາກມວນຊົນ. ສິ່ງນີ້ໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມປິຕິຊື່ນຊົມ. ທຸກໆຄົນຕ່າງກໍຕ້ອງມີພັນທະ, ຖ້າຫາກວ່າ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ນະຄອນ, ໃຫ້ແກ່ປະເທດຊາດ, ເຮົາກໍຄວນເຮັດ ”

    ສ່ວນປະເພດ “ ຜະລິດຕະພັນວັດທະນະທຳ-ເພື່ອຄວາມຮັກຮ່າໂນ້ຍ” ປີນີ້ ແມ່ນໄດ້ແກ່ບົດກາບກອນ “ເຮົາຍັງເຫຼືອແຕ່ນ້ອງ” ຂອງນັກກະວີ ຟານວູ້ ແລະ ຮູບເງົາເອກະສານ “ Mom hanoi ” ຂອງທ່ານ Jean Poirer ອະດີດເອກອັກຄະລັດຖະທູດຝລັງປະຈຳຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ