ລາງວັນສື່ມວນຊົນຄ້ອນຕີ ກ່ຽວຄຳ: ມີບົດໜັງສືພິມຫຼາຍບົດຂຽນກ່ຽວກັບຫົວຂໍ້ກໍ່ສ້າງພັກ

(VOVWORLD) -ມາຮອດປະຈຸບັນ, ສະພາຄະນະກຳມະບານຮອບສຸດທ້າຍລາງວັນຄ້ອນຕີ ກ່ຽວຄຳ ໄດ້ເລືອກເອົາ 67 ບົດໜັງສື່ພິມດີເລີດເພື່ອມອບລາງວັນ.
ລາງວັນສື່ມວນຊົນຄ້ອນຕີ ກ່ຽວຄຳ: ມີບົດໜັງສືພິມຫຼາຍບົດຂຽນກ່ຽວກັບຫົວຂໍ້ກໍ່ສ້າງພັກ - ảnh 1ພິທີມອບລາງວັນ
(ພາບ: Vietnam+)

ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ທີ່ມີຊື່ວ່າ ຄ້ອນຕີ ກ່ຽວຄຳ ຄັ້ງທີ 6 ປີ 2021 ທີ່ດຳເນີນໃນຕອນຄ່ຳວັນທີ 21 ມັງກອນ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຕາມຄະນະຈັດຕັ້ງແລ້ວ, ຈຸດໃໝ່ຂອງລາງວັນປີນີ້ໄດ້ມີບົດໜັງສືພິມຫຼາຍບົດມີຄຸນນະພາບ. ທ່ານ ໂງມິນຕວນ, ຫົວໜ້າບັນນາທິການໃຫຍ່ວາລະສານກໍ່ສ້າງພັກ, ອົງການປະຈຳການລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ, ຢັ້ງຢືນວ່າ:

        “ບັນດາບົດໜັງສືພິມທີ່ສົ່ງເຂົ້າມາຮ່ວມຊິງລາງວັນດັ່ງກ່າວ ໄດ້ໂຄສະນາເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ມີຄວາມເຂົ້າໃຈກ່ຽວກັບວຽກງານກໍ່ສ້າງພັກ, ສ້າງຄວາມເຫັນດີເຫັນພ້ອມຕື່ມອີກ. ຍິ່ງໄປກວ່ານັ້ນ, ນີ້ແມ່ນຊ່ອງທາງທາບທາມຄວາມເຫັນດີທີ່ສຸດໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ຈາກສູນກາງ ຕະຫຼອດຮອດທ້ອງຖິ່ນ, ເພື່ອຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ຜ່ານນັ້ນກວດພົບຂໍ້ຕິດຂັດ, ບົກຜ່ອງເພື່ອປັບປຸງ, ເພີ່ມເຕີ່ມນະໂຍບາຍຢ່າງທັນການ”.

        ມາຮອດປະຈຸບັນ, ສະພາຄະນະກຳມະບານຮອບສຸດທ້າຍລາງວັນຄ້ອນຕີ ກ່ຽວຄຳ ໄດ້ເລືອກເອົາ 67 ບົດໜັງສື່ພິມດີເລີດເພື່ອມອບລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ