ລ້າງເຊີນເປີດວັນບຸນທ່ອງທ່ຽວເມົ້າເຊີນ

ລ້າງເຊີນເປີດວັນບຸນທ່ອງທ່ຽວເມົ້າເຊີນ - ảnh 1
ລ້າງເຊີນເປີດວັນບຸນທ່ອງທ່ຽວເມົ້າເຊີນ
(ພາບ: Diệu Linh)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/1, ຢູ່​ເຂດ​ທ່ອງ​ທ່ຽວ​ເມົ້າ​ເຊີນ, ​ແຂວງ​ລ້າງ​ເຊີນ​ໄດ້​ໄຂ “ວັນ​ບຸນ​ທ່ອງ​ທ່ຽວ​ລະດູ​ໜາວ​ເມົ້າ​ເຊີນ​ປີ 2015“ ດ້ວຍ​ຫົວ​ຂໍ້​ວ່າ “​ເມົ້າ​ເຊີນ​ໃຫຍ່​ໂຕ​ມະ​ໂຫຖານ, ສັກສິດ“.“ວັນ​ບຸນ​ທ່ອງ​ທ່ຽວ​ລະດູ​ໜາວ​ເມົ້າ​ເຊີນ​ປີ 2015“ ປີ​ນີ້ດຳ​ເນີນ​ໄປ​ດ້ວຍ​ການ​ເຄື່ອນ​ໄຫວທີ່​ເປັນ​ເອກະລັກ​ຫຼາຍ​ຢ່າງ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ທ້ອງ​ຖີ່​ນ​ເຊັ່ນ: ​ແນະນຳ​ ວິທີ​ປຸງ​ແຕ່ງ​ເຫຼົ້າ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ຜະລິດ​ຕະພັນ​ເຫຼົ້າ​ເຂດ​ພູ​ສູງ​ເມົ້າ​ເຊີນ ​ແລະ ບັນດາຜະລິດຕະພັນທ່ອງທ່ຽວອື່ນໆ. ກ່າວຄວາມເຫັນທີ່ພິທີໄຂງານບຸນ, ທ່ານນາງ ເບ໋ທິທູຮ່ຽນ, ຮອງຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ​ແຂວງ​ລ້າງ​​ເຊີນ, ​ໃຫ້​ຮູ້​ວ່າ:

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ລ້າງ​ເຊີນ​ຈັດ​ຕັ້ງ​ງານ​ບຸນ​ນີ້. ງານ​ບຸນ​ຈະ​ແມ່ນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ຂອງ​ທ່ອງ​ທ່ຽວ​ເມົ້າ​ເຊີນ​ເວົ້າ​ສະ​ເພາະ ​ແລະ ​​ແຂວງລ້າງ​ເຊີນ​ ກໍ່​ຄື​ບັນດາ​ແຂວງ​ໃນ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອເວົ້າ​ລວມ. ​ໃນ​ງານ​ບຸນ​ແນະນຳ​ບັນດາ​ຜະລິດ​ຕະພັນຕາ​ມລະດູ​ການ, ​ເພື່ອ​ແນ​ໃສ່​ປະຕິບັດ​ລາຍການ​ຊຸກຍູ້​ການ​ຄ້າ​ພາຍ​ໃນ​ປະ​ເທດ​,​​ເຊິ່ງ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ພວມ​ຜັນ​ຂະຫຍາຍການ​ປະຕິບັດ. ​ໃນ​ໂອກາດ​ນີ້, ນັກ​ທ່ອງ​ທ່ຽວ​ສາມາດ​ໄດ້​ເຫັນ​ປະຈັກ​ຕາ​ປະກົດ​ການທຳ​ມະ​ຊາດ​ທີ່​ມະຫັດສະຈັນ, ດ້ວຍ​ນຳ້ໝອກ​ປົກ​ຄຸມ​ໄປ​ທົ່ວ, ສ້າງ​ເປັນຄວາມ​ງາມ​ແບບ​ເລິກ​ລັບ, ​ແນ່ນອນ​ວ່າ​ມັນ​ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ແຫ່ງ​ນີ້“.


ຂ່າວ/ບົດ​ອື່ນ