ລາ​ຊະ​ອ​າ​ນາ​ຈັກ ອ​ັງ​ກິດ ​ຊ່ວຍລະ​ດົມ​ໄດ້ 1 ຕື້ USD ເພື່ອ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທ​ດ​ທຸກ​ຍາກ​ໄດ້​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -ວັນທີ 10 ມັງກອນ, ລັດຖະບານ ອັງກິດ ໃຫ້ຮູ້ວ່າ ປະເທດນີ້ ຊ່ວຍລະດົມໄດ້ 1 ຕື້ USD ເພື່ອຊ່ວຍເຫຼືອ “ບັນດາປະເທດທີ່ມີຄວາມສ່ຽງສູງກວ່າເພິ່ນ” ໄດ້ສຳຜັດກັບວັກຊິນກັນພະຍາດໂຄວິດ - 19, ໂດຍຜ່ານການຊ່ວຍເຊື່ອມຕໍ່ບັນດານັກອຸປະຖຳໃນທົ່ວໂລກກັບບັນດາປະເທດທີ່ຕ້ອງການການຊ່ວຍເຫຼືອ. 
ລາ​ຊະ​ອ​າ​ນາ​ຈັກ ອ​ັງ​ກິດ ​ຊ່ວຍລະ​ດົມ​ໄດ້ 1 ຕື້ USD ເພື່ອ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທ​ດ​ທຸກ​ຍາກ​ໄດ້​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1 ວັກຊິນກັນພະຍາດໂຄວິດ - 19 ໂດຍບໍລິສັດ Pfizer ແລະ BioNTech ສົມທົບກັນຜະລິດ (ພາບ: AFP/TTXVN)

ນອກຈາກນັ້ນ,  ລາຊະອານາຈັກ ອັງກິດ ກໍໃຫ້ຄຳໝັ້ນສັນຍາວ່າ ຈະປ່ອຍ 548 ລ້ານປອນ (740 ລ້ານ USD) ເພື່ອປະຕິບັດຄຳໝັ້ນສັນຍາຮັບປະກັນຕະຫຼາດເປີດ, ທັນສະໄໝຂອງກົນໄກ COVAX (AMC), ພາຍຫຼັງທີ່ຖະແຫຼງວ່າ ທຸກໆ 4 USD ເງິນຊ່ວຍເຫຼືອຂອງບັນດານັກອຸປະຖໍາ, ອັງກິດ ຈະປ່ອຍງົບປະມານ 1 ປອນ.

        ການາດາ, ຍີ່ປຸ່ນ ແລະ ເຢຍລະມັນກໍແມ່ນບັນດາປະເທດທີ່ນອນໃນກຸ່ມປະເທດທີ່ມີການປະກອບສ່ວນເຊັ່ນກັນ, ໄລ່ມາຮອດປັດຈຸບັນ, ໄດ້ຊ່ວຍ AMC ລະດົມໄດ້ລວມມູນຄ່າທັງໝົດກວ່າ 1,7 ຕື້ USD. ກອງທຶນ AMC ຈະອະນຸຍາດໃຫ້ຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ 92  ປະເທດ ທີ່ພວມພັດທະນາໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ