ລາຊະອານາຈັກອັງກິດສາມາດກາຍເປັນນັກລົງທຶນໃຫຍ່ສຸດຂອງອີຢູຢູ່ຫວຽດນາມ

ລາຊະອານາຈັກອັງກິດສາມາດກາຍເປັນນັກລົງທຶນໃຫຍ່ສຸດຂອງອີຢູຢູ່ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Philip Hammond
(ພາບ: VG
P)

(vovworld) –  ຕອນ​ເຊົ້າ​ວັນ​ທີ​ 12/04, ຢູ່​ສຳນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Philip Hammond ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດລາຊະ​ອານາ​ຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ​ຂອງ​ລາຊະ​ອານາ​ຈັກ ອັງກິດ​ ​ເອົາ​ໃຈ​ໃສ່ ​ແລະ ລົງທຶນ​​ເຂົ້າ ຫວຽດນາມ ຫລາຍ​ກ່ວາ​ອີກ​ ​ໃນ​ບັນ​ດາ​ຂົງ​ເຂດ ​ເຊິ່ງ ອັງກິດ ມີ​ທ່າ​ແຮງ. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ​ລັດຖະບານ ອັງກິດ ຊຸກຍູ້​ການ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ (EVFTA) ຢ່າງ​ເປັນ​ທາງ​ການ​ໂດຍ​ໄຫວ ​ເພື່ອ​ແນ​ໃສ່ຫັນ​ບັນດາ​ຜົນ​ປະ​ໂຫຍ​ດ​ ເຊິ່ງສັນຍາ​ນຳ​ມາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​, ປະກອບສ່ວນ​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ ອີ​ຢູ ​ແລະ ລາຊະ​ອານາ​ຈັກ ອັງກິດ ຢ່າງ​ເລິກ​​ເຊິ່ງກ່ວາ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ລັດຖະບານ ອັງກິດ ສືບ​ຕໍ່​ໜູນ​ຊ່ວຍ​ກໍ່​ສ້າງ​ຊັບພະຍາກອນ​ມະນຸດທີ່​ມີ​ຄຸນນະພາ​ບສູງ, ສອນ​ພາສາ​ອັງກິດ​ຢູ່ ຫວຽດນາມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ, ນັກຮຽນ ຫວຽດນາມ ​ໄປ​ຮ່ຳຮຽນ​ຢູ່ ອັງກິດ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ​ຖະ​ແຫຼ​ງການ​ຈາກ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​​ເທດ G7 ຢູ່ Hiroshima ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ຈຸດໝາຍ​ລວມ​ແມ່ນ​ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີ​ນທະ​ເລ, ຄວາມ​ເສລີ​ທາງ​ອາກາດ; ບໍ່​ປະຕິບັດ​ບັນດາ​ການ​ກະທຳ​ທີ່ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ຜິດ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ລັດຖະບານ ອັງກິດ ​ເອົາ​ໃຈ​ໃສ່​ກ່ວາ​ອີດ, ພ້ອມ​ທັງ​ຊຸກຍູ້ ອີ​ຢູ ມີ​ທັດສະນະ​ຢ່າງ​ແຮງ, ຮຽກຮ້ອງ ຈີນ ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ ​​ເພື່ອ​ແນ​ໃສ່​ປ່ຽນ​ແປງສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອດ; ພິ​ເສດ ​ແມ່ນ​ຢຸ​​ດຕິບຸລະ​ນະ​ປະຕິສັງຂອນ, ກໍ່ສ້າງ​ບັນດາ​ເກາ​ະທຽ​ມ, ຢຸດຕິ​ເລື່ອງ​ຫັນທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ດຳ​ເນີນ​ການ​ທະຫານ​; ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອດ (DOC) ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ ​ແລະ ​ເຈລະຈາຢ່າງ​​ແທ​ດຈິງ ​ເພື່ອ​ກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອດ (COC).

        ສ່ວນ​ທ່ານ Philip Hammond ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ ອັງກິດ ຖື​ວ່າ: ດ້ວຍ​ທ່າ​ແຮງ​ກ່ຽວ​ກັບ​ການ​ເງິນ, ​​ເຕັກ​ໂນ​ໂລ​ຢີ, ລາຊະ​ອານາ​ຈັກ ອັງກິດ ສາມາດ​ກາຍ​ເປັນ​ນັກ​ລົງທຶນ​ໃຫຍ່​ທີ່​ສຸດ​ຂອງ ອີ​ຢູ ຢູ່ ຫວຽດນາມ. ທ່ານ Philip Hammond ຢືນຢັນ: ຖະ​ແຫຼ​ງການ​ຢ່າງ​ແຮງ​ຂອງ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ G7 ຜ່ານ​ມາ​ຢູ່ Hiroshima ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນ​ໜັກ​ເຖິງ​ເລື່ອງ​ສະໜັບສະໜູນ ອາ​ຊຽນ ກ້າວ​ໄປ​ເຖິງການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາງ​ອາ​ກາດ​ ໂດຍຜ່ານ​ພາກ​ພື້ນ​ນີ້ ​ແລະ ປາດ​ຖະໜາ​ວ່າ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ