ລາຍການ “ກຳລັງແຮງມະນຸດສະທຳ 2020”

(VOVWORLD) -ລາຍການ “ກຳລັງແຮງມະນຸດສະທຳ 2020” ດ້ວຍຫົວຂໍ້ວ່າ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ລະດູບານໃໝ່ປີຊວດ 2020 ໂດຍສູນກາງສະພາກາແດງ ຫວຽດນາມ ຈັດຕັ້ງຂຶ້ນໃນຕອນຄ່ຳວັນທີ 18 ມັງກອນ ຢູ່ນະຄອນ ໂຮ່ຈີມິນ.
ລາຍການ “ກຳລັງແຮງມະນຸດສະທຳ 2020” - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ນີ້ແມ່ນລາຍການທີ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ. ທ່ານກ່າວວ່າ:

        “ພັກ, ລັດຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ພັດທະນາເສດຖະກິດຕິດພັນກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນການຊ່ວຍໜູນສັງຄົມ, ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ. ລັດຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຢ່າງແຮງ ແລະ ມີປະສິດທິຜົນ, ລາຍການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍບັນດາເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມກໍ່ສ້າງສັງຄົມວັດທະນາຖາວອນ, ສາມັກຄີ, ມີຄວາມກະລຸນາ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ