ລາຍການ “ຂົວເຊື່ອມຕໍ່ແຫ່ງຄວາມຮັກ”

      ລາຍການ “ຂົວເຊື່ອມຕໍ່ແຫ່ງຄວາມຮັກ” - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກກ່າວ​ຄຳ​ເຫັນ​ທີ່​ລາຍ​ການ

(vovworld)- ລາຍ​ການ​ໂທ​ລະ​ພາບ “ຂົວ​ເຊື່ອມ​ຕໍ່ແຫ່ງ​ຄວາມ​ຮັກ” ໂດຍ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/11 ຢູ່​ຮ​່າ​ໂນ້ຍ. ລາຍ​ການ​ໂທ​ລະ​ພາບ “ຂົວ​ເຊື່ອມ​ຕໍ່ແຫ່ງ​ຄວາມ​ຮັກ” ຖືກ​ປຸກ​ລະ​ດົມ​ມາ​ແຕ່​ປີ 2014 ເພື່ອ​ແນ​ໃສ່​ສ້າງ​ຂະ​ບວນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຂົວ​ອູ່​ຮັບ​ໃຊ້​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ພາຍຫຼັງ​ປຸກ​ລະ​ດົມ​ມາ​ເປັນ​ເວ​ລາ 1 ປີ, ຂົວຫຼາຍ​ແຫ່ງ​ໄດ້​ຮັບ​ການກໍ່​ສ້າງ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ບັນ​ດາ​ແຂວງ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ, ພາກ​ກາງ ແລະ ໄຕ​ງວຽນ​ປ່ຽນ​ແປງ​ໄປ. ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ :

    “ ໂດຍ​ປະ​ຕິ​ບັດ​ແຜນ​ຮ່າງກໍ່​ສ້າງ​ຂົວ​ຂະ​ໜາດ​ນ້ອຍຮັບ​ໃຊ້ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແມ່ນ​ໜ້າ​ທີ່ຫຍຸ້ງ​ຍາກ, ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ, ສ່ວນ​ບຸກ​ຄົນ, ຫົວ​ໜ່ວຍ​ຕ່າງໆທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຈົ່ງ​ສືບ​ຕໍ່​ເຂົ້າ​ຮ່ວມ ລາຍ​ການ “ຂົວ​ເຊື່ອມ​ຕໍ່ແຫ່ງ​ຄວາມ​ຮັກ” ເພື່ອ​ປະ​ກອບ​ສ່ວນ​ປະ​ຕິ​ບັດ​ໂດຍ​ໄວ”

ຂ່າວ/ບົດ​ອື່ນ