ລາຍການ ”ງານພົບປະແລກປ່ຽນ ນາຍທະຫານໜຸ່ມບັນດາປະເທດອາຊຽນ” ຄັ້ງທຳອິດ

ລາຍການ ”ງານພົບປະແລກປ່ຽນ ນາຍທະຫານໜຸ່ມບັນດາປະເທດອາຊຽນ” ຄັ້ງທຳອິດ - ảnh 1
ງານ​ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ໜຸ່ມ​ບັນດາ​ປະ​ເທດ​ອາ​ຊຽນ
(ພາບ: qdnd.vn)

(vovworld) – ລາຍການ ”ງານ​ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ໜຸ່ມ​ບັນດາ​ປະ​ເທດ​ອາ​ຊຽນ” ຄັ້ງ​ທຳ​ອິດ​ຖືກ​ດຳ​ເນີນ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 19-24/5, ​ ຄະນະ​ຫວຽດນາມ ມີນາ​ຍທະຫານ 8 ຄົນ ​ແລະ ມີນາ​ຍທະຫານ​ເສນາ​ລັກ 27 ຄົນ ຂອງ 9 ປະ​ເທດ​ເຂົ້າ​ຮ່ວມ. ງານ​ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ໜຸ່ມ​ບັນດາ​ປະ​ເທດ​ອາ​ຊຽນ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນາຍ​ທະຫານ​ໜຸ່ມ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວິຊາ​ສະ​ເພາະ​ໃນ​ຂົງ​ເຂດ​ເສນາ​ລັກ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ ​ແລະ ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ເສນາ​ລັກ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ພາກ​ພື້ນ; ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ເສນາ​ລັກ​ບັນດາ​ປະ​ເທດ​ອາ​ຊຽນ.

ລາຍການ ”ງານ​ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ໜຸ່ມ​ບັນດາ​ປະ​ເທດ​ອາ​ຊຽນ” ຄັ້ງ​ທຳ​ອິດ, ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ກອງ​ປະຊຸມ​ສຳ​ມະ​ນາ ”​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ​ເບິ່ງ​ແຍງ​ສຸຂະພາບ​ໃນ​ກຳລັງ​ປະກອບ​ອາວຸດ”, ບາງ​ຫົວ​ຂໍ້​ທີ່​ລາຍ​ງານ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ມີ: ຕົວ​ເລກ​ຄາດໝາຍ​ເຝິກ​ແອບ​ຫຼໍ່​ຫຼອມ​ທະຫານ; ການ​ຮັກສາ​ສຸຄະ​ພາບ​ຂອງ​ທະຫານ​ເວົ້າ​ລວມ ​ແລະ ການ​ຮັກສາ​ສຸຂະພາບ​ໃຫ້​ກຳລັງທະຫານ​ກອງທັບ​ເຮືອ, ກອງທັບ​ອາກາດ, ທະຫານ​ບົກ…

ຂ່າວ/ບົດ​ອື່ນ