ລາຍການ “ຊົມເຊີຍລະດູບານໃໝ່ 2013” ຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ

ລາຍການ “ຊົມເຊີຍລະດູບານໃໝ່ 2013” ຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ - ảnh 1
ລາຍການສະແດງສີລະປະ
(ພາບ: vietnamplus.vn)

(vovworld) – ຕອນ​ຄຳ່​ວັນ​ທີ 2/3, ຢູ່​ໂຮງ​ລະຄອນ Espace Reuilly, ນະຄອນຫຼວງ ປາຣີ ປະ​ເທດ ຝຣັ່ງ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ຝຣັ່ງ (ຫຼື UEVF) ຈັດ​ຕັ້ງ​ລາຍການ “ຊົມ​ເຊີຍ​ລະດູບານ​ໃໝ່ 2013”, ດ້ວຍ​ຈຸດ​ສຸມ​ແມ່ນ​ງານ​ປະ​ກວດ​ນາງ​ງາມ​ນັກ​ສຶກສາ (ຫຼື Miss ລະດູບານ​ໃໝ່) 2013 ປາຣີ. ເພື່ອນ ຕະມິນ​ຈີ໋, ປະທານ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ຝຣັ່ງ (ຫຼື UEVF) ຖື​ວ່າ:

“Miss ລະດູບານ​ໃໝ່ ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​ງາມ​ຂອງ​ນັກ​ສຶກສາ​ຍິງ ຫວຽດນາມ ຢູ່ ຝຣັ່ງ, ພ້ອມ​ທັງ​ແມ່ນ​ໂອກາດ​​ເພື່ອໃຫ້​ພວກ​ເພື່ອນ​ພົບ​ປະ​ແລກປ່ຽນ​​ເຊິ່ງກັນ ​ແລະ ກັນ​. ງານ​ປະ​ກວດ​ປີ​ນີ້ ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ ຝຣັ່ງ ​ແລະ ຫວຽດນາມ. ​ຜູ້​ທີ່​ເປັນ Miss ລະດູບານ​ໃໝ່ ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ພັນທະເຂົ້າ​ຮ່ວມ, ພັດທະນາ​ຂະ​ບວນການ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກ​ສຶກສາ ​​ແນ​ໃສ່​ຊ່ວຍ​​ເຫຼືອນັກ​ສຶກສາ ​ແລະ ອ່ວາຍ​ເມືອ​ຫາ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ