ລາຍການ “ດວງດາວເອກະລາດ” ເຊີດຊູຄຸນຄ່າຍືນຍົງຄົງຕົວຕະຫຼອດໄປຂອງຊາດ

(VOVWORLD) -ລາຍການໂດຍກອງບັນນາທິການວາລະສານກອມມູນິດ, ຄະນະພັກ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ກອງບັນນາທິການໜັງສືພິມປະຊາຊົນຮ່ວມກັນຈັດຂຶ້ນເພື່ອສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນ ສິງຫາ
ລາຍການ “ດວງດາວເອກະລາດ” ເຊີດຊູຄຸນຄ່າຍືນຍົງຄົງຕົວຕະຫຼອດໄປຂອງຊາດ - ảnh 1ບັນດາເປົ້າໝາຍໄດ້ຮັບຂອງຂວັນທີ່ລາຍການ

ຕອນບ່າຍວັນທີ 28 ສິງຫາ, ທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ລາຍການພົບປະແລກປ່ຽນສະແດງສິລະປະ “ດວງດາວເອກະລາດ” ດ້ວຍຫົວຂໍ້ວ່າ: “ຫວຽດນາມ ປະເທດວິລະຊົນ”. ລາຍການໂດຍກອງບັນນາທິການວາລະສານກອມມູນິດ, ຄະນະພັກ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ກອງບັນນາທິການໜັງສືພິມປະຊາຊົນຮ່ວມກັນຈັດຂຶ້ນເພື່ອສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19/8/1945 – 19/8/2022) ແລະ ວັນຊາດ 2/9 (2/9/1945 – 2/9/2022).

        ລາຍການປີນີ້ລວມມີ 2 ພາກ: “ຫວຽດນາມ - ຊົນຊາດທີ່ິອົງອາດກ້າແກ່ນ, ເສຍສະຫຼະເພື່ອອຸດົມການອັນຍິ່ງໃຫຍ່”, “ຫວຽດນາມ - ແຫຼ່ງບັນດານໃຈຂອງສັນຕິພາບ ແລະ ພັດທະນາ”. ລາຍການມີການເຂົ້າຮ່ວມຂອງນັກຮ້ອງ, ນັກສິລະປິນທີ່ມີຊື່ສຽງ, ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມເປັນຈຳນວນຫຼວງຫຼາຍ.

        ໃນຂອບເຂດຂອງລາຍການ “ດວງດາວເອກະລາດ”, ບັນດາການນຳພັກ, ລັດ ໄດ້ມອບຂອງຂວັນ 20 ພູດແມ່ນປື້ມເງິນຝາກປະຢັດໃຫ້ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ ຫວຽດນາມ ວິລະຊົນ, ບັນດານັກວິລະຊົນກຳລັງປະກອບອາວຸດ, ບັນດາທະຫານເຈັບປ່ວຍ, ບັນດານັກຮົບເກົ່າຜ່ານໄລຍະຕໍ່ຕ້ານຕ່າງໆ - ເຊິ່ງເປັນບັນດາບຸກຄົນທີ່ໄດ້ປະກອບສ່ວນສ້າງຄວາມເສລີພາບ ແລະ ປົກປັກຮັກສາພື້ນຖານເອກະລາດໃຫ້ແກ່ປະເທດຊາດ.    

ຕອບກັບ

ຂ່າວ/ບົດ​ອື່ນ