ລາຍ​ການ “ຕ້ອນ​ຮັບລະ​ດູ​ບານ​ໃໝ່​ຢູ່​ເຂດ​ຊາຍ​ແດນ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ລະ​ຫວ່າງ ກອງ​ທັບ​ກັບ​ປະ​ຊາ​ຊົນ” ຢູ່​ເມືອງ ເຮື໊ອ​ງ​ຮວ໊າ, ແຂວງກວ໋າງ​ຈິ

(VOVWORLD) -   ຕອນເຊົ້າວັນທີ 3 ກຸມພາ, ຢູ່ເທດສະບານເມືອງ ແຄແຊງ, ເມືອງ ເຮື໊ອງຮວ໊າ, ແຂວງ ກວ໋າງຈິ ຂອງ ຫວຽດນາມ, ຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງລາຍການ “ຕ້ອນຮັບລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມຮັກແພງລະຫວ່າງ ກອງທັບກັບປະຊາຊົນ.
ລາຍ​ການ “ຕ້ອນ​ຮັບລະ​ດູ​ບານ​ໃໝ່​ຢູ່​ເຂດ​ຊາຍ​ແດນ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ລະ​ຫວ່າງ ກອງ​ທັບ​ກັບ​ປະ​ຊາ​ຊົນ” ຢູ່​ເມືອງ ເຮື໊ອ​ງ​ຮວ໊າ, ແຂວງກວ໋າງ​ຈິ - ảnh 1ຄະນະຊາວໜຸ່ມກອງທັບ ມອບຂອງຂວັນໃຫ້ແກ່ປະຊາຊົນ (ພາບ: tienphong)

ລາຍການດັ່ງກ່າວ ໄດ້ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄົວຄອບໃກ້ຈະທຸກຍາກຂອງ ເມືອງ ເຮື໊ອງຮວ໊ງ, ເມືອງ ດາກຣົງ, ຢໍລິງ, ຫວິງລິງ ແຂວງງ ເຮື໊ອງຮວ໊າ. ກໍ່ສ້າງ ແລະ ສ້ອງແປງເຮືອນຢູ່ໃຫ້ແກ່ປະຊາຊົນ, ຄູອາຈານ ທີ່ຖືກເປເພພາຍຫຼັງໄພນ້ຳຖ້ວມ; ສ້າງເດີ່ນລະຫຼີ້ນໃຫ້ແກ່ເດັກອະນຸຊົນ, ມອບໂຕະຕັ່ງນັກຮຽນ, ເຄື່ອງຄອມພິວເຕີ, ເຄື່ອງກັ່ນຕ່ອງນ້ຳໃຫ້ແກ່ ອາຈານ ແລະ ນັກຮຽນ ກວ່າ 130 ຊຸດ.

        ນອກຈາກນັ້ນ ຍັງມອບລົດຖີບໃຫ້ແກ່ນັກຮຽນ ແລະ ປື້ມເງິນຝາກປະຢັດ 42 ຫົວໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວເປົ້າໝາຍນະໂຍບາຍ ແລະ ນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.


ຕອບກັບ

ຂ່າວ/ບົດ​ອື່ນ