ລາຍກ​ານ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກຍາກ”

(VOVWORLD) -ຕອບສະໜອງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ໂດຍທ່ານນາຍົກລັດຖະມົນຕີປຸກລະດົມ, ຕອນຄ່ຳວັນທີ 17 ຕຸລາຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບຄະນະຊີ້ິ້ີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດຈັດຕັ້ງລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອ ຄົນທຸກຍາກ” ປີ 2019.
ລາຍກ​ານ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກຍາກ” - ảnh 1ພາບປະກອບ (ພາບ: VTV.VN) 

ໄລ່ຮອດວັນທີ 14 ຕຸລາ 2019 ມີ ໜ່ວຍງານ, ອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ, ກະຊວງ, ຂະແໜງການ 100 ແຫ່ງ ໄດ້ລົງທະບຽນໃນການສະໜັບສະໜູນໃຫ້ແກ່ກອງທຶນ “ເພື່ອຄົນທຸກຍາກ” ແລະ ລາຍການປະກັນຊີວິດສັງຄົມ ດ້ວຍຈຳນວນເງິນ ກ່ວາ 508 ຕື້ ດົ່ງ (ກ່ວາ 20 ລ້ານ USD). ຄຽງຄູ່ກັນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກໍ່ໄດ້ສົມທົບກັບ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໜູນຊ່ວຍກໍ່ສ້າງເຮືອນມະຫາສາມັກຄີ 1000 ຫຼັງໃຫ້ແກ່ບັນດາຄອບຄົວທຸກຍາກ. ທ່ານ ດ່າວງອັກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

        ພວກເຮົາສູ້ຊົນເຮັດໃຫ້ ຄົນທຸກຍາກທັງໝົດລ້ວນແຕ່ມີເຮືອນຢູ່, ມີການດຳລົງຊີວິດເປັນປົກກະຕິ, ເພື່ອ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນຊຸມປີຜ່ານມາ, ບັນດານັກທຸລະກິດ, ກຸ່ມບໍລິສັດ, ສ່ວນບຸກຄົນໄດ້ມີນ້ຳໃຈ, ມີການປະກອບສ່ວນອັນໃຫຍ່ຫຼວງແລະນີ້ໄດ້ເປັນກຳລັງໜູນເພື່ອຊ່ວຍໃຫ້ບັນດາຄອບຄົວທຸກຍາກເປັນເຈົ້າການບື່ນຕົວຂຶ້ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ

ຕອບກັບ

ຂ່າວ/ບົດ​ອື່ນ