ລາຍ​ການ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ” ປີ 2020

(VOVWORLD) -ພາຍຫຼັງປຸກລະດົມມາເປັນເວລາ 4 ປີ, ມີຜູ້ໃຈບຸນໃຈກຸສົນ ໄດ້ປະກອບເງິນຈຳນວນ 16 ຕື້ດົ່ງ, ຊ່ວຍກໍ່ສ້າງເຮືອນແຫ່ງມະຫາສາມັກຄີ ຈຳນວນ 127 ຫຼັງ; ຊ່ວຍຄົນທຸກຍາກນັບຮ້ອຍພັນຄົນມີເງື່ອນໄຂພັດທະນາການຜະລິດ, ເພີ່ມລາຍຮັບໃຫ້ຄອບຄົວ.
ລາຍ​ການ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ” ປີ 2020 - ảnh 1ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ (ພາບ: ຄະນະຈັດຕັ້ງ) 

ໂດຍຕອບສະໜອງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ເພື່ອບໍ່ໃຫ້ຜູ້ໃດຖືປະໄວ້ຢູ່ທາງຫຼັງ” ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມ, ຕອນຄ່ຳວັນທີ 17 ຕຸລາ ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບຄະນະຊີ້ນຳສູນກາງ ບັນດາໂຄງການເປົ້າໝາຍແຫ່ງຊາດ ຈັດຕັ້ງລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020. ນີ້ແມ່ນລາຍການເພື່ອແນໃສ່ຮຽກຮ້ອງວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນ, ສຳນັກງານ, ອົງການ, ຫົວໜ່ວຍ ເຂົ້າຮ່ວມການຊ່ວຍເຫຼືອຄົນທຸກຍາກ. ພາຍຫຼັງປຸກລະດົມມາເປັນເວລາ 4 ປີ, ມີຜູ້ໃຈບຸນໃຈກຸສົນ ໄດ້ປະກອບເງິນຈຳນວນ 16 ຕື້ດົ່ງ, ຊ່ວຍກໍ່ສ້າງເຮືອນແຫ່ງມະຫາສາມັກຄີ ຈຳນວນ 127 ຫຼັງ; ຊ່ວຍຄົນທຸກຍາກນັບຮ້ອຍພັນຄົນມີເງື່ອນໄຂພັດທະນາການຜະລິດ, ເພີ່ມລາຍຮັບໃຫ້ຄອບຄົວ. ທ່ານນາງ ເຈືອງທິງອັກແອ໊ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຮອງຫົວໜ້າຄະນະປຸກລະດົມກອງທຶນ “ເພື່ອຄົນທຸກຍາກ” ສູນກາງ, ຖືວ່າ:

        “ພວກຂ້າພະເຈົ້າໄດ້ຕິດພັນກັບບັນດາໂຄງການເປົ້າໝາຍແຫ່ງຊາດ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນຕື່ມອີກ. ພວກຂ້າພະເຈົ້າກໍໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຈັດແບ່ງພະນັກງານໄປຊ່ວຍເຫຼືອເຂົາເຈົ້າຕື່ມອີກ.”

        ປັດຈຸບັນ, ໃນທົ່ວປະເທດຫວຽດນາມ ຍັງມີຄອບຄົວທຸກຍາກຫຼາຍກວ່າ 984 ຄອບຄົວ, ຄອບຄົວເປົ້າໝາຍໃກ້ຈະທຸກຍາກກວ່າ 1,1 ລ້ານຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ