ລາຍການ “​ນຳ​ເອົາລະ​ດູ​ບານ​ໃໝ່​ມາໃຫ້​ນ້ອງ” ຄັ້ງ​ທີ 17 ລະ​ດົມ​ໄດ້​ເງິນ​ຊ່ວຍ​ເຫຼືອກວ່າ 96 ຕື້​ດົ່ງ

(VOVWORLD) - ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ແມ່ນກິດຈະກຳປະຈຳປີຂອງກອງທຶນອຸປະກະລະເດັກ ຫວຽດນາມ, ລະດົມແຫຼ່ງກຳລັງສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເດັກ. ພາຍຫຼັງຈັດຕັ້ງມາເປັນເວລາ 16 ປີ, ລາຍການດັ່ງກ່າວ ລະດົມໄດ້ກວ່າ 1.375 ຕື້ດົ່ງ (ກວ່າ 56 ລ້ານ ໂດລາສະຫະລັດ) ແລະ ໜູນຊ່ວຍເດັກປະມານ 4 ລ້ານເທື່ອຄົນ.
ລາຍການ “​ນຳ​ເອົາລະ​ດູ​ບານ​ໃໝ່​ມາໃຫ້​ນ້ອງ” ຄັ້ງ​ທີ 17 ລະ​ດົມ​ໄດ້​ເງິນ​ຊ່ວຍ​ເຫຼືອກວ່າ 96 ຕື້​ດົ່ງ - ảnh 1ກອງທຶນອຸປະກະລະເດັກ ຫວຽດນາມ ສືບຕໍ່ໄດ້ຮັບເງິນຊ່ວຍເຫຼືອກວ່າ 96 ຕື້ດົ່ງ (ປະມານ 3,9 ລ້ານ USD) ຈາກນ້ຳໃຈຂອງກວ່າ 50 ຫົວໜ່ວຍ, ສ່ວນບຸກຄົນ (ພາບ: qdnd.vn)

ຕອນຄ່ຳວັນທີ 16 ທັນວາ, ໂຄງການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 17 ດ້ວຍຫົວຂໍ້ “ກ້າວໄປສູ່ອະນາຄົດ”, ໂດຍກອງທຶນອຸປະກະລະເດັກ ຫວຽດນາມ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ລາຍການດັ່ງກ່າວ ເພື່ອແນໃສ່ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ຮ່ວມເດີນທາງພ້ອມກັບກອງທຶນອຸປະກະລະເດັກ ຫວຽດນາມ, ປະກອບສ່ວນເບິ່ງແຍງດູແລເດັກ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຫຍຸ້ງຍາກເປັນພິເສດໃນຊີວິດ. ຜ່ານເຫດການ, ກອງທຶນດັ່ງກ່າວ ກໍຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນຊ່ວຍເຫຼືອເດັກພິການ, ເດັກກຳພ້າ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນທົ່ວປະເທດ. ໃນລາຍການ, ກອງທຶນອຸປະກະລະເດັກ ຫວຽດນາມ ສືບຕໍ່ໄດ້ຮັບເງິນຊ່ວຍເຫຼືອກວ່າ 96 ຕື້ດົ່ງ (ປະມານ 3,9 ລ້ານ USD) ຈາກນ້ຳໃຈຂອງກວ່າ 50 ຫົວໜ່ວຍ, ສ່ວນບຸກຄົນທີ່ມີຕໍ່ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ຫຍຸ້ງຍາກໃນປີ 2024.

ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ແມ່ນກິດຈະກຳປະຈຳປີຂອງກອງທຶນອຸປະກະລະເດັກ ຫວຽດນາມ, ລະດົມແຫຼ່ງກຳລັງສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເດັກ. ພາຍຫຼັງຈັດຕັ້ງມາເປັນເວລາ 16 ປີ, ລາຍການດັ່ງກ່າວ ລະດົມໄດ້ກວ່າ 1.375 ຕື້ດົ່ງ (ກວ່າ 56 ລ້ານ ໂດລາສະຫະລັດ) ແລະ ໜູນຊ່ວຍເດັກປະມານ 4 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ