ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ໄດ້ຮັບຈຳນວນເງິນກວ່າ 114 ຕື້ດົ່ງ

(VOVWORLD) -ກອງທຶນປົກປ້ອງເດັກຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 114 ຕື້ດົ່ງ ຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ

ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ໄດ້ຮັບຈຳນວນເງິນກວ່າ 114 ຕື້ດົ່ງ - ảnh 1 ກອງທຶນປົກປ້ອງເດັກຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 114 ຕື້ດົ່ງ

(ພາບ: TTXVN)

ວັນທີ 05 ມັງກອນ, ຢູ່ຮ່າໂນ້ຍ, ກອງທຶນປົກປ້ອງເດັກຫວຽດນາມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ) ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 13, ເພື່ອນຳເອົາບັນດາຂອງຂວັນທີ່ມີຄວາມໝາຍ, ແທດຈິງມາໃຫ້ເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນເຕັດວຽນມາ.

          ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເນັ້ນໜັກວ່າ, ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ແມ່ນການເຄື່ອນໄຫວປະຈຳປີ ເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ໝູ່ຄະນະທີ່ ຍາມໃດກໍ່ເອົາໃຈໃສ່, ເຂົ້າຮ່ວມບັນດາການເຄື່ອນໄຫວ ແລະ ສະໜັບສະໜູນແຫຼ່ງກຳລັງໃຫ້ແກ່ບັນດາການເຄື່ອນໄຫວຂອງກອງທຶນປົກປ້ອງເດັກຫວຽດນາມ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ບັນດາຫົວໜ່ວຍ, ສ່ວນບຸກຄົນຈະສືບຕໍ່ສະໜັບສະໜູນກອງທຶນ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະ ເອົາໃຈໃສ່ເຖິງເດັກນ້ອຍໃຫ້ຫຼາຍກວ່າອີກ, ພິເສດແມ່ນເດັກປະສົບກັບຄວາມຫຍຸ້ງຍາກ, ດ້ອຍໂອກາດ.

          ທີ່ລາຍການ, ກອງທຶນປົກປ້ອງເດັກຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 114 ຕື້ດົ່ງ ຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ