ລາຍ​ການ “ມອບຄອມ​ພິວ​ເຕີ​ໃຫ້​ນ້ອງ” ປຸກລະ​ດົມການເລ້ຍ​ລາຍ​ເງິນ​ໄດ້ 100 ຕື້​ດົ່ງ

(VOVWORLD) -ພາຍຫຼັງຜັນຂະຫຍາຍມາໄດ້ໜຶ່ງເດືອນ, ຂະແໜງການສຶກສາປຸກລະດົມການເລ້ຍລາຍເງິນໄດ້ 100 ຕື້ດົ່ງ ແລະ ອຸປະກອນຮັບໃຊ້ໃຫ້ແກ່ການສຶກສາຮ່ຳຮຽນຂອງນັກຮຽນໃນເຂດເກີດໂລກແຜ່ລະບາດໄດ້ຫຼາຍພັນຢ່າງ.
ລາຍ​ການ “ມອບຄອມ​ພິວ​ເຕີ​ໃຫ້​ນ້ອງ” ປຸກລະ​ດົມການເລ້ຍ​ລາຍ​ເງິນ​ໄດ້ 100 ຕື້​ດົ່ງ - ảnh 1ພິທີມອບ - ຮັບເຄື່ອງຊ່ວຍເຫຼືອຂອງລາຍການ “ມອບຄອມພິວເຕີໃຫ້ນ້ອງ” ຄັ້ງທຳອິດ (ພາບ: tuoitrethudo.com.vn)

ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ແລະ ອົງການກຳມະບານຂະແໜງການສຶກສາ ຫວຽດນາມ ໄດ້ຈັດຕັ້ງພິທີມອບ - ຮັບເຄື່ອງຊ່ວຍເຫຼືອຂອງລາຍການ “ມອບຄອມພິວເຕີໃຫ້ນ້ອງ” ຄັ້ງທຳອິດ. ພາຍຫຼັງຜັນຂະຫຍາຍມາໄດ້ໜຶ່ງເດືອນ, ຂະແໜງການສຶກສາປຸກລະດົມການເລ້ຍລາຍເງິນໄດ້ 100 ຕື້ດົ່ງ ແລະ ອຸປະກອນຮັບໃຊ້ໃຫ້ແກ່ການສຶກສາຮ່ຳຮຽນຂອງນັກຮຽນໃນເຂດເກີດໂລກແຜ່ລະບາດໄດ້ຫຼາຍພັນຢ່າງ. ປັດຈຸບັນ, ລາຍການດັ່ງກ່າວພວມຜັນຂະຫຍາຍຢູ່ບັນດາແຂວງ, ນະຄອນ ແລະ ມະຫາວິທະຍາໄລແຫ່ງຕ່າງໆ.

        ພາຍຫຼັງພິທີຕ້ອນຮັບ, ຄະນະຮັບຜິດຊອບ ໄດ້ຈັດແບ່ງເງິນ, ອຸປະກອນການຮຽນທາງອອນລາຍທັງໝົດໃຫ້ແກ່ບັນດາທ້ອງຖິ່ນ ແລະ ນັກຮຽນ ຢ່າງວ່ອງໄວ ແລະ ມີປະສິດທິຜົນ. ກະຊວງສຶກສາ ແລະ ກໍ່ສ້າງໃຫ້ຮູ້ວ່າ ຂະແໜງສຶກສາຈະຜັນຂະຫຍາຍໃນໄລຍະຈະມາເຖິງ ມຸ່ງໄປເຖິງເປົ້າໝາຍສະໜອງອຸປະກອນການຮຽນທີ່ມີຄຸນນະພາບໄດ້ມາດຕະຖານໃຫ້ນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ 1,2 ລ້ານຄົນ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການໃນການຮຽນ - ການສອນທາງອອນລາຍ ເທົ່ານັ້ນ ແຕ່ຍັງມຸ່ງໄປເຖິງເປົ້າໝາຍຫັນສັງຄົມເປັນດີຈີຕອນ ແລະ ຄືດັ່ງໃນລາຍການ “ມອບສັນຍານອິນເຕີແນັດ ແລະ ຄອມພິວເຕີໃຫ້ນ້ອງ” ໂດຍທ່ານນາຍົກລັດຖະມົນຕີປຸກລະດົມ.


ຕອບກັບ

ຂ່າວ/ບົດ​ອື່ນ