ລາຍ​ການ​ “ລະ​ດູ​ບານ​ໃໝ່​ສຳ​ລັບ​ນ້ອງໆ​ຄັ້ງ​ທີ 14”

(VOVWORLD) - ຕອນຄ່ຳວັນທີ 10 ມັງກອນ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ມອບໃຫ້ກອງທຶນອຸປະກາລະເດັກ ຫວຽດນາມ ສົມທົບກັບ ສູນສື່ສານ ໜັງສືພິມກໍ່ສ້າງ ຈັດລາຍການ “ລະດູບານໃໝ່ສຳລັບນ້ອງໆຄັ້ງທີ 14”.

ລາຍ​ການ​ “ລະ​ດູ​ບານ​ໃໝ່​ສຳ​ລັບ​ນ້ອງໆ​ຄັ້ງ​ທີ 14” - ảnh 1ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ລາຍການ (ພາບ: TTXVN)

ທີ່ລາຍການ, ຜ່ານບັນດາລາຍການສະແດງສິລະປະ, ຜູ້ຊົມເຫັນໄດ້ຢ່າງຈະແຈ້ງວຽກງານໜູນຊ່ວຍ, ຮ່ວມເດີນທາງຂອງກອງທຶນອຸປະກາລະເດັກ ຂອງ ຫວຽດນາມ ພ້ອມກັບບັນດານັກອຸປະຖຳໃນການໜູນຊ່ວຍ, ຊ່ວຍໃຫ້ບັນດານ້ອງນ້ອຍ ຜ່າຜ່ານສະພາບຄວາມຫຍຸ້ງຍາກ ເພື່ອໃຫ້ບັນດາຄວາມຝັນຂອງຕົນ ໄດ້ປະກົດຜົນເປັນຈິງ. ກ່າວຄຳເຫັນທີ່ລາຍການ, ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ເນັ້ນໜັກວ່າ

        ຂ້າພະເຈົ້າປາດຖະໜາກຢາກໃຫ້ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາອົງການ, ໝູ່ຄະນະ, ຄອບຄົວ, ໂຮງຮຽນ ແລະ ສັງຄົມຈະຮັບປະກັນການປະຕິບັດສິດທິເດັກໃຫ້ນັບມື້ນັບດີກ່ວາເກົ່າ. ໃນນັ້ນ, ຕ້ອງບຸລິມະສິດເອົາໃຈໃສ່ໃຫ້ແກ່ເດັກນ້ອຍຢູ່ເຂດປະສົບກັບໄພທຳມະຊາດ, ໄພນ້ຳຖ້ວມ, ເດັກນ້ອຍຢູ່ເຂດຊົນເຜົ່າສ່ວນໜ້ອຍ ເພື່ອແນໃສ່ໜູນຊ່ວຍບັນດານ້ອງນ້ອຍກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິ, ໄດ້ໄປໂຮງຮຽນ ແລະ ເຊື່ອມຕົວເຂົ້າກັບຊີວິດທີ່ດີງາມຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ