ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ຮັກ​ແພງ” ມອບ​ຂອງ​ຂວັນ​ໃຫ້​ແກ່​ເດັກ​ທີ່​ພວມ​ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ເດັກ

(VOVWORLD) -ລາຍກາຍ “ລະດູບານໃໝ່ແຫ່ງຄວາມຮັກແພງ” ປີນີ້ ໄດ້ຮັບການຊ່ວຍເຫຼືອເປັນເງິນຈຳນວນເກືອບ 2,5 ຕື້ດົ່ງ (ກວ່າ 100.000 USD).

ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ຮັກ​ແພງ” ມອບ​ຂອງ​ຂວັນ​ໃຫ້​ແກ່​ເດັກ​ທີ່​ພວມ​ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ເດັກ - ảnh 1ລາຍການ “ລະດູບານໃໝ່ແຫ່ງຄວາມຮັກແພງ” ຈັດຢູ່ໂຮງໝໍເດັກສູນກາງ (ພາບ: VOV)

ລາຍການ “ລະດູບານໃໝ່ແຫ່ງຄວາມຮັກແພງ”, ໂດຍໂຮງໝໍເດັກສູນກາງ ສົມທົບກັບຜູ້ໃຈບຸນໃຈກຸສົນຈັດຂຶ້ນໃນວັນທີ 15 ມັງກອນ ຢູ່ຮ່າໂນ້ຍ. ບັນດາລາຍການຄື ຟ້ອນສິງໂຕ, ສະແດງມາຍາກົນ, ສະແດງສິລະປະວັນນະຄະດີ ໄດ້ສ້າງບັນຍາກາດບຸນເຕັດໃຫ້ແກ່ໂຮງໝໍແຫ່ງນີ້. ບັນດານ້ຳໃຈທີ່ເຕັມໄປດ້ວຍຄວາມອົບອຸ່ນນີ້ ໄດ້ເປັນແຫຼ່ງກຳລັງໃຈໃຫ້ແກ່ຄົນເຈັບ ແລະ ຍາດພີ່ນ້ອງຜ່ານຜ່າຄວາມຫຍຸ້ງຍາກ, ອາການເຈັບເປັນ. ທ່ານ ຈິ້ງງອກຫາຍ, ຮອງຜູ້ອຳນວຍການໂຮງໝໍເດັກສູນກາງ, ໃຫ້ຮູ້ວ່າ:

        “ນັບແຕ່ຫຼາຍປີມານີ້, ພວກຂ້າພະເຈົ້າໄດ້ຮັກສາການເຄື່ອນໄຫວນີ້. ພວກຂ້າພະເຈົ້າໃຫ້ການໜູນຊ່ວຍເດັກນັບທັງທັງດ້ານວັດຖຸ ແລະ ຈິດໃຈ, ພ້ອມກັບການຊ່ວຍເຫຼືອຂອງຜູ້ໃຈບຸນໃຈກຸສົນ ໄດ້ຊ່ວຍເຫຼືອເຂົ້າກິນ, ເຂົ້າໜົມ, ຂອງຂວັນປີໃໝ່, ຄ່າປິ່ນປົວ, ສ້າງອາລົມຈິດທີ່ດີທີ່ສຸດໃຫ້ແກ່ພວກຫຼານ. ບຸນປີໃໝ່ໃກ້ຈະວຽນມາແລ້ວ, ເຖິງວ່າຂ້ອງຄາກັບວຽກງານຫຼາຍຢ່າງກໍຕາມ, ແຕ່ຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນຜູ້ທີ່ມີໃຈບຸນໃຈກຸສົນກໍຍັງໄດ້ສະຫຼະເວລາອັນມີຄ່າຂອງຕົນ ຮ່ວມເດີນທາງພ້ອມກັບໂຮງໝໍ. ພວກຂ້າພະເຈົ້າຂໍຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອດັ່ງກ່າວ.”

        ລາຍກາຍ “ລະດູບານໃໝ່ແຫ່ງຄວາມຮັກແພງ” ປີນີ້ ໄດ້ຮັບການຊ່ວຍເຫຼືອເປັນເງິນຈຳນວນເກືອບ 2,5 ຕື້ດົ່ງ (ກວ່າ 100.000 USD).


ຕອບກັບ

ຂ່າວ/ບົດ​ອື່ນ