ລາຍ​ການ “ວັນ​ອາ​ທິດ​ແດງ” ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ

(VOVWORLD) -ລາຍການ ໄດ້ດຶງດູດສະມາຊິກຊາວໜຸ່ມ, ນັກຮົບ, ປະຊາຊົນເຂົ້າຮ່ວມການບໍລິຈາກເລືອດເປັນຈຳນວນຫຼາຍກວ່າ 600 ຄົນ.


ລາຍ​ການ “ວັນ​ອາ​ທິດ​ແດງ” ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ - ảnh 1ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກເກືອບ 250 ຖົງ (ພາບ: TTXVN)

ວັນທີ 24 ມັງກອນ, ຢູ່ແຂວງນາມດິ້ງ ຂອງ ຫວຽດນາມ, ໜັງສືພິມ ຕ່ຽນຟອງ, ຄະນະກຳມະການກ່ຽວກັບຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ສະຖາບັນເລືອດສາດ - ສົ່ງເລືອດ ສູນກາງ ໄດ້ສົມທົບກັບກອງທຶນ ວີ່ເຕິ່ມວອກຫວຽດ  (Vi tam voc Viet), ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແຂວງ ນາມດິ້ງ ຈັດຕັ້ງລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ “ວັນອາທິດແດງ” ປີ 2021. ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກເກືອບ 250 ຖົງ.

        ໃນວັນດຽວກັນ, ຢູ່ນະຄອນ ດົ່ງເຮີ໊ຍ, ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງນາມດິ້ງ, ສະພາກາແດງແຂວງກວ໋າງບິ່ງ ແລະ ໜັງສືພິມ ຕ່ຽນຟອງ ກໍໄດ້ສົມທົບກັນຈັດຕັ້ງວັນບຸນບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 13 ປີ 2021. ລາຍການດັ່ງກ່າວ ໄດ້ດຶງດູດສະມາຊິກຊາວໜຸ່ມ, ນັກຮົບ, ປະຊາຊົນເຂົ້າຮ່ວມການບໍລິຈາກເລືອດເປັນຈຳນວນຫຼາຍກວ່າ 600 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ