ລາຍການ “ສີສັນເຂດພູສູງ” ຢູ່ຮ່າໂນ້ຍ

(VOVWORLD) - ການເຄື່ອນໄຫວເພື່ອແນໃສ່ແນະນຳບັນຍາກາດເບີກບານມ່ວນຊື່ນ, ພາກພູມໃຈໃນໂອກາດຕົ້ນລະດູບານໃໝ່, ດ້ວຍບັນດາພິທີການ, ງານບຸນ, ຮີດຄອງປະເພນີຊ່ວຍໃຫ້ແຂກທ່ອງທ່ຽວເຂົ້າໃຈກ່ວາກ່ຽວກັບບັນດາຈຸດວັດທະນະທຳ
 

ເນື່ອງໃນໂອກາດປີໃໝ່ສາກົນ 2018, ຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ ໄດ້ມອບໝາຍໃຫ້ຄະນະຄຸ້ມຄອງເຂດບັນດາບ້ານຊົນເຜົ່າ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ) ຈັດຕັ້ງບັນດາການເຄື່ອນໄຫວເດືອນ ມັງກອນ ດ້ວຍຫົວຂໍ້ວ່າ “ສີສັນເຂດພູສູງ” ແຕ່ນີ້ຮອດວັນທີ 31 ມັງກອນ.

        ການເຄື່ອນໄຫວເພື່ອແນໃສ່ແນະນຳບັນຍາກາດເບີກບານມ່ວນຊື່ນ, ພາກພູມໃຈໃນໂອກາດຕົ້ນລະດູບານໃໝ່, ດ້ວຍບັນດາພິທີການ, ງານບຸນ, ຮີດຄອງປະເພນີຊ່ວຍໃຫ້ແຂກທ່ອງທ່ຽວເຂົ້າໃຈກ່ວາກ່ຽວກັບບັນດາຈຸດວັດທະນະທຳ, ບັນດາການເຄື່ອນໄຫວທີ່ເປັນມູນເຊື້ອໃນການຕ້ອນຮັບບຸນປີໃໝ່, ບຸນເຕັດ ທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ; ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍ, ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ, ເພີ່ມທະວີການພົວພັນແລກປ່ຽນ, ສາມັກຄີ, ສະໜິດຕິດພັນ, ໜູນຊ່ວຍກັນພ້ອມກັນພັດທະນາ.

        ລາຍການມີການເຂົ້າຮ່ວມຂອງຊາວຊົນເຜົ່າກ່ວາ 100 ຄົນຂອງບັນດາເຜົ່າຄື: ໄຕ່, ຢ້າວ, ມົ້ງ, ເຜົ່າຜູ້ໄທ… ທີ່ມາຈາກ 10 ທ້ອງຖິ່ນຄື: ທ໋າຍງວຽນ, ຮ່າໂນ້ຍ, ຮ່າຢາງ…

ຕອບກັບ

ຂ່າວ/ບົດ​ອື່ນ