ລາຍ​ການ “ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່ - ຄວາມ​ກະ​ຕັນ​ຍູ ແລະ ຊົນ​ຊາດ ປີ 2024” ແຜ່​ຂະ​ຫຍາຍ​ຈິດ​ໃຈ​ກະ​ຕັນ​ຍູ ໃນ​ສາ​ສະ​ໜາ​ພູດ

(VOVWORLD) - ລາຍການ “ສະແດງຄວາມກະຕັນຍູຕໍ່ພໍ່ແມ່ - ຄວາມກະຕັນຍູ ແລະ ຊົນຊາດ ປີ 2024” ໄດ້ຮັບການຜັນຂະຫຍາຍດ້ວຍ 2 ເນື້ອໃນ: ບັນດາການເຄື່ອນໄຫວທຳການກູ້ສົນ, ການຊ່ວຍເຫຼືອສັງຄົມ ແລະ ລາຍການສະແດງສິລະປະ.
ລາຍ​ການ “ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່ - ຄວາມ​ກະ​ຕັນ​ຍູ ແລະ ຊົນ​ຊາດ ປີ 2024” ແຜ່​ຂະ​ຫຍາຍ​ຈິດ​ໃຈ​ກະ​ຕັນ​ຍູ ໃນ​ສາ​ສະ​ໜາ​ພູດ - ảnh 1ສະແດງສິລະປະຢູ່ ລາຍການ (ພາບ: TTXVN)

ຄຳຄືນສະແດງສິລະປະ ແລະ ສະຫຼຸບບັນດາການເຄື່ອນໄຫວລາຍການ “ສະແດງຄວາມກະຕັນຍູຕໍ່ພໍ່ແມ່ - ຄວາມກະຕັນຍູ ແລະ ຊົນຊາດ ປີ 2024” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 10 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ. ນີ້ແມ່ນລາຍການປະຈຳປີ ໂດຍຄະນະຖະແຫຼງຂ່າວ ແລະ ການສື່ສານສູນກາງ - ສາມາຄົມພຸດທະສາສະໜາ ຫວຽດນາມ ຈັດຂຶ້ນນັບແຕ່ປີ 2014 ມາຮອດປັດຈຸບັນ ໃນໂອກາດວັນບຸນ ສະແດງຄວາມກະຕັນຍູຕໍ່ພໍ່ແມ່.

ລາຍການ “ສະແດງຄວາມກະຕັນຍູຕໍ່ພໍ່ແມ່ - ຄວາມກະຕັນຍູ ແລະ ຊົນຊາດ ປີ 2024” ໄດ້ຮັບການຜັນຂະຫຍາຍດ້ວຍ 2 ເນື້ອໃນ: ບັນດາການເຄື່ອນໄຫວທຳການກູ້ສົນ, ການຊ່ວຍເຫຼືອສັງຄົມ ແລະ ລາຍການສະແດງສິລະປະ.

ດ້ວຍບັນດາການເຄື່ອນໄຫວທຳການກູ້ສົນ, ຊ່ວຍເຫຼືອສັງຄົມ, ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຢູ່ແຂວງ ດຽນບຽນ ຄື: ອາໄລຫາ, ຈູດທຽນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ A1, ສ້າງກິດຈະກຳເຮືອນຄົວຢູ່ໂຮງຮຽນ ເນິມຕິ, ໂຮງຮຽນ ປະຖົມ ຮົວແທງ, ເມືອງດຽນບຽນ; ມອບຂອງຂັວນທຳການກູ້ສົນໃຫ້ແກ່ນັກຮຽນ ແລະ ປະຊາຊົນໃນບໍລິເວນ ຕາແສງຮົວແທງ, ຢ້ຽມຢາມ ແລະ ມອບຂອງຂວັນພະນັກງານ, ນັກຮົບປ້ອມທະຫານປ້ອງກັນຊາຍແດນ ເມືອງປົ່ນ, ສ້າງເຮືອນແຫ່ງຄວາມເມດຕາປານີໃຫ້ແກ່ອະດີດຊາວໜຸ່ມຕະລຸນບອນ…

ຕອບກັບ

ຂ່າວ/ບົດ​ອື່ນ