ລ​າຍ​ການ “ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເດືອນ​ກໍ​ລະ​ກົດ” ຢູ່​ແຂວງ​ບັກ​ກ້ານ

(VOVWORLD) - ລາຍການສະແດງຄວາມຮູ້ບຸນຄຸນ ປີນີ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ຈູດທູບທຽນສະແດງຄວາມຮູ້ບຸນຄຸນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຊົມເຂດຮ່ອງຮອຍສະຖານປະຫວັດສາດ ເຂດປອດໄພ (ATK) ນ່າເປົາ...
ລ​າຍ​ການ “ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເດືອນ​ກໍ​ລະ​ກົດ” ຢູ່​ແຂວງ​ບັກ​ກ້ານ - ảnh 1ຜູ້ຕາງໜ້າຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ
(ພາບ: ຄະນະຈັດຕັັ້ງ)

ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2024), ວັນທີ 13 ກໍລະກົດ, ສູນໂທລະພາບມະນຸດສະທຳ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກກ້ານ, ສະພາກາແດງ ແຂວງບັກກ້ານ, ຄະນະກຳມະການປະຊາຊົນເມືອງ ເຈີ້ດົນ ຈັດລາຍການ “ສະແດງຄວາມຮູ້ບຸນຄຸນເດືອນກໍລະກົດ” ຢູ່ຕາແສງ ເລືອງບັ່ງ, ເມືອງເຈີ້ດົນ, ແຂວງບັກກ້ານ. ເຂົ້າຮ່ວມລາຍການມີທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງຫວຽດນາມ; ທ່ານ ຟ້າມຢຸຍຮຶງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກກ້ານ. ລາຍການມີການຮ່ວມເດີນທາງຂອງທະນາຄານການຄ້າຫຸ້ນສ່ວນສະຖານີໄປສະນີ ລຽນຫວຽດ, ທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໂຮງໝໍມິດຕະພາບ ຫວຽດນາມ -ໂຊຫວຽດ…

ລາຍການສະແດງຄວາມຮູ້ບຸນຄຸນ ປີນີ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ຈູດທູບທຽນສະແດງຄວາມຮູ້ບຸນຄຸນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຊົມເຂດຮ່ອງຮອຍສະຖານປະຫວັດສາດ ເຂດປອດໄພ (ATK) ນ່າເປົາ, ພົບປະແລກປ່ຽນສະແດງສິລະປະ; ກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍເສຍຄ່າ, ມອບຂອງຂວັນ ແລະ ເງິນສົດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ແມ່ຫວຽດນາມວິລະຊົນກ່ວາ 300 ພູດ…

ຕອບກັບ

ຂ່າວ/ບົດ​ອື່ນ