ລາຍການ “ສ້າງຄວາມຮັ່ງມີເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ”

(VOVWORLD) - ບັນດາສານທີ່ໄດ້ຝາກຜ່ານລາຍການໄດ້ຢຶນຢັນວ່າ: ຫວຽດນາມ ແມ່ນປະເທດມີທະເລ ດ້ວຍຄວາມຄາດຫວັງເອົາຊະນະທະເລ, ຄວາມວັດທະນາຖາວອນ, ເຈດຈຳນົງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ.
ລາຍການ “ສ້າງຄວາມຮັ່ງມີເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” - ảnh 1(ທີ່ລາຍການສະແດງ)

ຕອນຄ່ຳວັນທີ 12 ສິງຫາ, ຢູ່ທ່າກຳປັ່ນທະຫານ ຍາຈາງ, ແຂວງ ແຄງຮ່ວາ, ວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ແຄງຮວາ, ໄດ້ພ້ອມກັນຈັດລາຍການການເມືອງສິລະປະ “ສ້າງຄວາມຮັ່ງມີເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ”. ເຂົ້າຮ່ວມລາຍການ, ມີທ່ານພົນເອກ ເລືອງເກືອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ; ທ່ານ ຫງວຽນຈ້ອງເງັະ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ; ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພ້ອມກັບບັນດາການນຳພັກ, ລັດ; ການນຳບັນດາກະຊວງ, ຂະແໜງການສູນກາງ ແລະ 28 ທ້ອງຖິ່ນມີທະເລ.

ບັນດາສານທີ່ໄດ້ຝາກຜ່ານລາຍການໄດ້ຢຶນຢັນວ່າ: ຫວຽດນາມ ແມ່ນປະເທດມີທະເລ ດ້ວຍຄວາມຄາດຫວັງເອົາຊະນະທະເລ, ຄວາມວັດທະນາຖາວອນ, ເຈດຈຳນົງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ. ລາຍການ ໄດ້ສະແດງບັນດາເລື່ອງລາວກ່ຽວຂ້ອງເຖິງ 28 ແຂວງ, ນະຄອນເຂດແຄມທະເລ ກໍ່ຄືສ່ອງແສງເລື່ອງລາວກ່ຽວກັບການປົກປັກສາ ແລະ ພັດທະນາທະເລ, ເກາະຂອງທົ່ວປະເທດ, ລວມທັງບັນດາຂົງເຂດເສດຖະກິດທະເລ, ຄື: ທ່ອງທ່ຽວ, ວັດທະນະທຳ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ສິງຫາ, ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໄດ້ສະເໜີຕົວກອງທຶນໜູນຊ່ວຍພັດທະນາອາຊີບການປະມົງແຂວງ ແຄງຮ່ວາ, ເພື່ອຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ພັດທະນາເມືອງເກາະ ເຈື່ອງຊາ ໃຫ້ກາຍເປັນສູນເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດທະເລຂອງ ຫວຽດນາມ. ທີ່ພິທີ, ບັນດາອົງການຈັດຕັ້ງ, ວິສາຫະກິດ, ໝູ່ຄະນະໄດ້ປະກອບ ແລະ ສະໜັບສະໜູນຈຳນວນເງິນກວ່າ 1 ລ້ານ USD, ໃນນັ້ນ, ຜ່ານຄຳຮຽກຮ້ອງຂອງວິທະຍຸກະຈາຍສຽງ ຫວຽດນາມ, ສະມາຄົມນັກທຸລະກິດ ແລະ ນັກລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA) ໄດ້ໜູນຊວ່ຍຈຳນວນເງິນເກືອບ 100.000 USD.

ຕອບກັບ

ຂ່າວ/ບົດ​ອື່ນ