ລາຍການ “ຫົວຄິດ ປະດິດສ້າງຊູແອດ“ ຢູ່ນະຄອນໂຮ່ຈິມິນ


ລາຍການ “ຫົວຄິດ ປະດິດສ້າງຊູແອດ“ ຢູ່ນະຄອນໂຮ່ຈິມິນ - ảnh 1

 (ພາບປະກອບ: http://dantri.com.vn/ )

(vovworld)- ​ ລາຍການ “ຫົວຄິດປະດິດ​ສ້າງ​ຊູ​ແອດ“ ​ໄດ້​ດຳ​ເນີນ​ໄປຢູ່​ນະຄອນ​ໂຮ່ຈິ​ມິນ​ແຕ່ວັນ​ທີ 10-30/11. ຕອນ​ຄ່ຳ​ວັນ​ທີ 28/11, ທ່ານ​ນາງ Camilla Mellander ​ເອກ​ອັກຄະ​ລັດຖະທູດ​ຊູ​ແອດ ປະຈຳ​ຫວຽດນາມ ​ໃຫ້​ຮູ້ວ່າ: ລາຍການ “ຫົວຄິດປະດິດ​ສ້າງ​ຊູ​ແອດ“ ມີ 15 ​ເຫດການ ​ແລະ ການ​ເຄື່ອນ​ໄຫວ​ຕ່າງ​ກັນ​ແຕ່​ລ້ວນ​ແຕ່​ມີ​ການ​ກ່ຽວຂ້ອງ​ເຖິງ​ຫົວ​ເລື່ອງ​ເຕັກ​ໂນ​ໂລ​ຊີ​ປະດິດ​ສ້າງ. ພິ​ເສດ​ແມ່ນ​ບັນດາ​ເຫດການ, ກອງ​ປະຊຸມ​ສຳມະນາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄົມມະ ນາຄົມ​ຕົວ​ເມືອງ ​ແລະ ຂົງ​ເຂດ​ສື່ສານ ​ໄດ້​ສ້າງ​ເປັນ​ເວທີ​ປາ​ໄສ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ໃຫ້​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ, ວິ​ສາ​ຫະກິດ​ສອງ​ປະ​ເທດ​ຫວຽດນາມ-​ຊູ​ແອດ ພ້ອມ​ກັນ​ຄົ້ນຄ້ວາ, ​ແລກປ່ຽນ​ເພື່ອ​ຍົກ​ອອກ​ບັນດາ​ມາດ​ຕະການ​ມີ​ລັກສະນະ​ເຕັກ​ໂນ​ໂລຊີ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພື້ນຖານ​ອຸດ​ສາຫະກຳ​ທັນ​ສະ​ໄໝ. ນີ້​ແມ່ນ​ລານກາ​ນນອນ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫ​ບຂ່ຳນັບ​ຮັບ​ຕ້ອນການສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ຊູ​ແອດ./.

ຕອບກັບ

ຂ່າວ/ບົດ​ອື່ນ