ລາຍການ“ ຫວຽດນາມກຽດສະຫງ່າ” ຄັ້ງທີ 10 ປີ 2013

    ລາຍການ“ ຫວຽດນາມກຽດສະຫງ່າ” ຄັ້ງທີ 10 ປີ 2013 - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານກ່າວຄຳເຫັນທີ່ພິທີ (ພາບ : laodong.com)

Vovworld- 26 ໝູ່​ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການກໍ່ສ້າງ ແລະ ປົກປັກຮັກສາ ປະເທດຊາດໃນ 2 ປີມໍ່ມານີ້ ໄດ້ຮັບການເຊີນຊູທີ່ລາຍການ“ ຫວຽດນາມກຽດສະຫງ່າ” ຄັ້ງທີ 10 ປີ 2013. ລາຍການດັ່ງກ່າວໂດຍໜັງສືພິມ ແຮງງານ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ສົມທົບ​ກັບ​ສະຖານີ​ໂທລະພາບ​ຫວຽດນາມ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/7 ຢູ່​ຮ່າ​ໂນ້ຍ. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານ, ທ່່ານຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ​ໄດ້​ເຂົ້າ​ຮ່ວມ​ລາຍການ. ກ້າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານ ​ໄດ້​ຊົມ​ເຊີຍ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ແບບຢ່າງ​ຜູ້​ອອກ​ແຮງ​ງານ​ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ 26 ໝູ່​ຄະນະ ແລະ ສ່ວນບຸກຄົນໄດ້ຮັບການເຊີນຊູທີ່ລາຍການ“ ຫວຽດນາມກຽດສະຫງ່າ” ຄັ້ງທີ 10 ປີ 2013. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານ ​ເນັ້ນ​ໜັ້ກວ່າ : 

   “26 ໝູ່​ຄະນະ ແລະ ສ່ວນບຸກຄົນພ້ອມ​ກັບ​ບັນດາ​ຜູ້​ອອກ​ແຮ​ງ ງານທີ່ດີເດັ່ນໃນທຸກໆ​ຂົງ​ເຂດທີ່ໄດ້ຮັບການເຊີນຊູທີ່ລາຍການ ​ໄດ້​ປະຕິບັດ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ​ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດ​ເປັນ​ຢ່າງ​ດີ. ​ເຂົາ​ເຈົ້າ​ໄດ້​ນຳ​ມາ​ເຊິ່ງຄວາມ​ຕື້ນ​ຕັນ​ໃຈ, ​ແລະ ບົດຮຽນ​ກ່ຽວ​ກັບ​ຫົວຄິດ​ປະດິດ​ສ້າງ, ຄວາມ​ດຸ​ໝັ້ນ​ຂະຫຍັນ​ພຽນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ການ​ອອກ​ແຮງ​ງານ, ການ​ສູ້​ຮົບ​ເພື່ອ​ຍາດ​ໄດ້​ໄຊຊະນະ. ການ​ມີ​ໜ້າ​ຂອງ​ບັນດາ​ຕົວ​ແບບ​ທີ່​ກ້າວໜ້າ, ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ແຂ່ງຂັນ​ໃນ​ທົ່ວ​ປະ​ເທດ​ໃນ​ລາຍການ​ມື້​ນີ້​ໄດ້​ນຳ​ຜົນສຳ​ເລັດ​ມາສູ່​ປະ​ເທດ​ຊາດ​ໃນ​ໄລຍະ​ທີ່​ຜ່ານ​ມາ ” 

ຂ່າວ/ບົດ​ອື່ນ