ລາຍການ “ແສງສະຫວ່າງມານະຈິດ ຫວຽດນາມ” ຍ້ອງຍໍຊົມເຊີຍຊາວໜຸ່ມຄົນພິການດີເດັ່ນ 35 ຄົນ

(VOVWORLD) - ລາຍການປີນີ້ໄດ້ເຊີດຊູຜູ້ແທນ 35 ຄົນ ເຊິ່ງແມ່ນຊາວໜຸ່ມພິການດີເດັ່ນ, ມີມານະຈິດຫຼາຍຢ່າງ, ຜ່ານຜ່າສະພາບການ
ລາຍການ “ແສງສະຫວ່າງມານະຈິດ ຫວຽດນາມ” ຍ້ອງຍໍຊົມເຊີຍຊາວໜຸ່ມຄົນພິການດີເດັ່ນ 35 ຄົນ - ảnh 1ບັນດາຜູ້ແທນເຂົ້າຮ່ວມລາຍການ
(ພາບ: hanoimoi.vn)

  ຕອນຄ່ຳວັນທີ 24 ພະຈິກ, ຢູ່ ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ຫວຽດນາມ ຈັດລາຍການ “ແສງສະຫວ່າງມານະຈິດ ຫວຽດນາມ”.

 ລາຍການປີນີ້ໄດ້ເຊີດຊູຜູ້ແທນ 35 ຄົນ ເຊິ່ງແມ່ນຊາວໜຸ່ມພິການດີເດັ່ນ, ມີມານະຈິດຫຼາຍຢ່າງ, ຜ່ານຜ່າສະພາບການ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງປະຊາຄົມ. ໂດຍມາຈາກແຂວງ ແທັງຮວາ, ເອື້ອຍຄູບໍ່ມີມື ເລທິຖຳ ໄດ້ແບ່ງປັນກ່ຽວກັບເຈດຈຳນົງ, ຄວາມສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອກາຍເປັນຄູສອນພາສາອັງກິດຂອງຕົນ.

  “ເມື່ອຍັງເປັນນັກຮຽນ, ຂ້າພະເຈົ້າໄດ້ຮ່ຳຮຽນເອົາແບບຢ່າງຂອງຄູ ຫງວຽນງອັກກີ, ຮູ້ສຶກວ່າອ້າຍຄູນີ້ຄືຂ້າພະເຈົ້າ, ກໍ່ຝຶກຂຽນດ້ວຍຕີນ, ຫຼັງຈາກນັ້ນກໍ່ໄດ້ເປັນຄູອາຈານ. ພາຍຫຼັງຮຽນຈົບມະຫາວິທະຍາໄລ, ຂ້າພະເຈົ້າກັບເມືອບ້ານ ເປີດຫ້ອງສອນພາສາອັງກິດ. ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ແຕ່ເມົາມົວຮຽນພາສາອັງກິດ ຂ້າພະເຈົ້າກໍ່ສອນໂດຍບໍ່ເກັບຄ່າ ແລະ ມາຮອດປະຈຸບັນກໍ່ຍັງເປັນຄືແນວນັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ