ລາຍການຂໍ້ລິເລີ່ມ ປ້ອງກັນ, ຕ້ານການ ສໍ້ລາດບັງຫຼວງໄດ້ແຜ່ລາມຢ່າງກວ້າງແຂວງໃນວົງຄະນະຍາດ

ລາຍການຂໍ້ລິເລີ່ມ ປ້ອງກັນ, ຕ້ານການ ສໍ້ລາດບັງຫຼວງໄດ້ແຜ່ລາມຢ່າງກວ້າງແຂວງໃນວົງຄະນະຍາດ - ảnh 1
​ກອງ​ປະຊຸມ​ສະຫຼຸບ​ລາຍການ​ຂໍ້​ລິ​ເລີ່ມ​ປ້ອງ​ກັນ,
ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຫວຽດນາມ ປີ 2013
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ ​ໄດ້ສົມທົບ​ກັບ​ທະນາຄານ​ໂລກ (WB) ຈັດ​ກອງ​ປະຊຸມ​ສະຫຼຸບ​ລາຍການ​ຂໍ້​ລິ​ເລີ່ມ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຫວຽດນາມ ປີ 2013 (VACI 2013). ຕີ​ລາຄາ​ກ່ຽວ​ກັບ VACI 2013, ບັນດາ​ຜູ້​ແທນ​ຖື​ວ່າ ຫົວ​ຂໍ້ “​ເພີ່ມ​ທະວີ​ລັກສະນະ​ກະຈ່າງ​ແຈ້ງ, ຊື່​ຕົງບໍ່​ລິ​ສຸດ ​ແລະ ​ຮັບຜິດຊອບ​ໜ້າ​ທີ່ອະພິປາຍ, ຫຼຸດຜ່ອນ​ການ​ສໍ້​ລາດ​ບັງ​ຫຼວງ” ຂອງ VACI 2013 ​ໄດ້​ມີ​ກຳລັງ​ແຜ່​ລາມຢ່າງ​ກວ້າງ​ຂ​ວາງ​ໃນ​ວົງ​ຄະນະ​ຍາດ​ສັງຄົມ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ຫົວໜ່ວຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ປະຊາ​ຊົນ​ຢູ່​ຂັ້ນ​ຮາກ​ຖານ. ຜ່ານ​ລາຍການ, ​ໄດ້​​ເຮັດ​ໃຫ້​​​ແນວ​ຄວາມ​ຄິດ ກ່ຽວ​ກັບ​ບົດບາດ​ຂອງ​ປະຊາຊົນ​ໃນ​ບັນດາ​ຂໍ້​ຕົກລົງ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕາ​ແສງປ່ຽນ​ແປງ, ກົດ​ລະບຽບ​ປະຊາທິປະ​ໄຕ​ຂັ້ນ​ຮາກ​ຖານ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ກວ່າ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ລາຍການ​ຄວນສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ເປີດ​ກວ້າງ​ບັນດາ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ນຳ​ໃຊ້, ບຳລຸງ​ສ້າງ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ແມ່ນ​ລຸ້ນໜຸ່ມ, ນັກຮຽນ, ນັກ​ສຶກສາ.

        VACI ​ແມ່ນການ​ເສັງ​ຫົວຄິດ​ປະດິດ​ສ້າງເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ແຜນ​ຮ່າງ​ທີ່​ດີ​ເດັ່ນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສາມາດປະຕິບັດໄດ້​ສູງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ລັກສະນະ​ກະຈ່າງ​ແຈ້ງ ​ແລະ ຊື່​ຕົງບໍລິສຸດ ​ແລະ ຄວາມ​ຮັບຜິດຊອບໜ້າ​ທີ່ອະພິປາຍ, ປະກອບສ່ວນຫຼຸດຜ່ອນ​ການ​ສໍ້​ລາດ​ບັງ​ຫຼວງຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ