ລາຍການ“ຄວາມຊົງຈຳຮ່າໂນ້ຍ”-ວາດພາບເຖິງຈຸດວັດທະນະທຳຮ່າໂນ້ຍເມື່ອກ່ອນນີ້

ລາຍການ“ຄວາມຊົງຈຳຮ່າໂນ້ຍ”-ວາດພາບເຖິງຈຸດວັດທະນະທຳຮ່າໂນ້ຍເມື່ອກ່ອນນີ້ - ảnh 1
( ການ​ປະຊຸມ​ກັບ​ນັກ​ຂ່າວ “​ຄວາມຊົງ​ຈຳ​ຮ່າ​ໂນ້ຍ )

(vovworld) – ​ເປັນ​ຄັ້ງ​ທຳ​ອິດ ທີ່ລາຍການ “​ຄວາມຊົງ​ຈຳ​” - ວາດ​ພາບ​ເຖິງ​ຈຸດ​ວັດທະນະທຳ ຮ່າ​ໂນ້ຍ​ ເມື່ອ​ກ່ອນ​ນີ້ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ມໍ​ລະ​ດົກ​ໂລກ​ ພະ​ລາດ​ຊະ​ວັງ ທັງ​ລອງ, ຮ່າ​ໂນ້ຍ. ນີ້​ແມ່ນ ລາຍການ “​ຄວາມຊົງ​ຈຳ​ຮ່າ​ໂນ້ຍ ”​ ​ໂດຍ​ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ສົມທົບ​ກັບ​ສູນ​ອະນຸລັກ​ຮັກ​ສາ​ມໍລະດົກ ທັງ​ລອງ ຈັດ​ຕັ້ງ​ຂຶ້ນ. ທີ່​ການ​ປະຊຸມ​ກັບ​ນັກ​ຂ່າວ ​ເມື່ອ​ວັນ​ທີ 16/12 ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ລາຍການ​ຈະ​ລວມມີ 3 ພາກ​ຕົ້ນຕໍ ​ເຊັ່ນ: ການ​ເຄື່ອນ​ໄຫວ​ວາງສະ​ແດງ ​ແລະ ສິລະ​ປະ​ຈັດ​ວາງ, ການ​ເຄື່ອນ​ໄຫວປະດັບ​ປະດາ ວິຈິດ​ຕະກຳ, ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ. ທ່ານ​ນາງ ຫງວຽນ​ທິຮົ່ງ ສະມາ​ຊິກ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ​: ​

        “ເຫດການ​ນີ້ ປະກອບສ່ວນ​ໂຄສະນາ​ການທ່ອງທ່ຽວ​ບົນ​ພື້ນຖານ​ວັດທະນະທຳ ​ແລະ ກໍ​ເປັນ​ການ​ຮັບ​ຕ້ອນ​ລະດູບານ​ໃໝ່. ພວກ​ຂ້າພະ​ເຈົ້າ ປາດ​ຖະໜາ​ວ່າ ລາຍການ​ທີ່​ຖືກ​ຈັດຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ນີ້ ຈະ​ເປັນ​ການ​ເຄື່ອນ​ໄຫວທົດ​ລອງ ​ເພື່ອ ​ເບິ່ງ​ວ່າ ​ເຂດ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ ​ແລະ ຫາງສຽງ​ສັງຄົມ​ຈະ​ສັງ​ເກດ​ຕີ​ລາຄາ​ຄື​ແນວ​ໃດ, ​ເພື່ອ​ຈາກ​ນັ້ນ ຈະ​ກະ​ກຽມ​ໃຫ້ການ​ເຄື່ອນ​ໄຫວ​ຕໍ່ໆ​ໄປ”

        ລາຍການ “​ຄວາມຊົງ​ຈຳ​ຮ່າ​ໂນ້ຍ” ຈະ​ດຳ​ເນີນ​ເປັນ​ເວລາ 5 ວັນ​ແຕ່ 30/12/2015 – 04/01/2016.

 

ຂ່າວ/ບົດ​ອື່ນ