ລາຍການຄູ່ຮ່ວມມືປາຊິຟິກ2015ສິ້ນສຸດລົງຢູ່ດ່ານັ້ງ

ລາຍການຄູ່ຮ່ວມມືປາຊິຟິກ2015ສິ້ນສຸດລົງຢູ່ດ່ານັ້ງ - ảnh 1

ກຳ່​ປັ່ນ​ໂຮງໝໍ USNS Mercy (T-AH 19)
(ພາບ: ອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/8, ກຳ່​ປັ່ນ​ໂຮງໝໍ USNS Mercy (T-AH 19) ​ໄດ້​ອອກ​ຈາກ​ທ່າ​ກຳ່​ປັ່ນ​ຕຽນ​ຊາ, ນະຄອນ​ດ່າ​ນັ້ງ, ສິ້ນ​ສຸດ 10 ມື້​ແຫ່ງ​ການ​ປະຕິບັດ ລາຍການ​ຄູ່​ຮ່ວມ​ມື​ປາຊິ​ຟິກ 2015. ​ໃນ​ໄລຍະ​ຢູ່ ດ່າ​ນັ້ງ, ບັນດາ​ພົນທະຫານ, ນັກການ​​ແພດ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໄດ້​ແລກປ່ຽນ​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ການ​ກູ້​ຊ່ວຍ​ດ້ານ​ການ​ແພດ ​ແລະ ​ໄພພິບັດ, ດຳ​ເນີນ​ການ​ຜ່າຕັດ​ແທນ​ຂໍ້​ກະດູກ​ໃຫ້​ຄົນ​ເຈັບ​​ຫວຽດນາມ ໃນກຳ່​ປັ່ນ, ກວດ ​ແລະ ປິ່ນປົວ​ແຂ້ວ​ປະຊາ​ຄົມ​ຢູ່​ບາງ​ທ້ອງ​ຖີ່​ນ​ໃນ​ນະຄອນ​ດ່າ​ນັ້ງ; ສ້ອມ​ແປງ​ຮາກ​ຖານ​ການ​ແພດ ​ແລະ ສູນ 3 ​ແຫ່ງທີ່​ສະຫງວນ​ໃຫ້​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ຂອງ​ຄະນະ​ແມ່ນ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ການ​​ແພດກ່ຽວ​ກັບກາຍ​ຍະ​ບຳບັດ. ບັນດາ​ທ່ານໝໍ​ຜ່າຕັດ​ເສນາ​ລັກ​ຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການຜ່າ​ຕັດ​, ​ກາຍຍະ​ບຳບັດ​ທີ່​ກ່ຽວຂ້ອງ​ເຖິງ​ບາດ​ເຈັບ.

 

ຂ່າວ/ບົດ​ອື່ນ