ລາຍການທາງໂທລະພາບຖ່າຍທອດສົດບົດເພງໄຊລະດູບານໃໝ່

(VOVWORLD) - ໃນຕະຫຼອດລາຍການແມ່ນບັນດາບົເພງ, ລາຍການຕ່າງໆທີ່ຍ້ອງຍໍສັນລະເສີນນ້ຳໃຈຕໍ່ສູ້, ເຈດຈຳນົງ, ກຳລັງແຮງຂອງທະຫານ ແລະ ປະຊາຊົນໃນການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີ ວອກ 1968.
ລາຍການທາງໂທລະພາບຖ່າຍທອດສົດບົດເພງໄຊລະດູບານໃໝ່  - ảnh 1 ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 21 ມັງກອນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການໂທລະພາບຖ່າຍທອດສົດ “ບົດເພງໄຊລະດູບານໃໝ່” ຢູ່ສະຖານທີ່ 3 ແຫ່ງແມ່ນຫໍປະຊຸມ ທົ໋ດເຍີດ, ເຂດມູນເຊື້ອການປະຕິວັດການບຸກໂຈມຕີ ແລະ ລຸກຮື້ຂຶ້ນປີວອກ 1968 ຢູ່ຕາແສງ ເຕີນຍືດ, ເມືອງ ບີ່ງແຈ໋ງ ແລະ ຕາແສງ ບີ່ງໝີ, ເມືອງ ກູຈີ. ນີ້ແມ່ນລາຍການສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນ ລະດູບານໃໝ່ປີວອກ (1968 – 2018).

        ໃນຕະຫຼອດລາຍການແມ່ນບັນດາບົເພງ, ລາຍການຕ່າງໆທີ່ຍ້ອງຍໍສັນລະເສີນນ້ຳໃຈຕໍ່ສູ້, ເຈດຈຳນົງ, ກຳລັງແຮງຂອງທະຫານ ແລະ ປະຊາຊົນໃນການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີວອກ 1968.

        ທ່ານ ຟ້າມວັນຈີ໋, ຜູ້ເຂົ້າຮ່ວມບັ້ນຮົບປີຈໍ 1968, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈຍ້ອນວ່າໄດ້ເຂົ້າຮ່ວມບັ້ນຮົບປີຈໍ 1968 ແລະ ເຂົ້າຮ່ວມການບຸກໂຈມຕີ 4 ຄັ້ງຢູ່ ໄຊງ່ອນ. 50 ປີໄດ້ຜ່ານພົ້ນໄປແລ້ວ ແຕ່ມື້ນີ້ຍັງຮູ້ສຶກສະເທືອນໃຈວ່າຢູ່ເມື່ອຫວນຄືນ ໄລຍະສົງຄາມອັນຫຍຸ້ງຍາກລຳບາກທີ່ສຸດນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ