ລາຍການ“ນຳດົນຕີມາສູ່ໂຮງໝໍ”ຮັບໃຊ້ຜູ້ຊົມກ່ວາ50ໝື່ນຄົນ

ລາຍການ“ນຳດົນຕີມາສູ່ໂຮງໝໍ”ຮັບໃຊ້ຜູ້ຊົມກ່ວາ50ໝື່ນຄົນ - ảnh 1
( ລາຍການ “ນຳ​ດົນຕີ​ມາສູ່​ໂຮງໝໍ” ຄັ້ງ​ທີ 4 )

(vovworld) – ​ ວັນ​ທີ 29/12 ລາຍການ “ນຳ​ດົນຕີ​ມາສູ່​ໂຮງໝໍ” ຄັ້ງ​ທີ 4 ​ໄດ້​ຖືກຈັດ​ຕັ້ງ​ຢູ່​ໂຮງໝໍ ​ແບ໋ກມາຍ, ​ໄດ້​ນຳ​ເອົ​າຂອງຂວັນທີ່​ມີ​ຄວາມ​ໝາຍ​ໃຫ້ຄົນ​ເຈັບ​ທີ່ທຸກ​ຍາກ 30 ຄົນທີ່ພວມປິ່ນ​ປົ່ວຢູ່​ໂຮງໝໍ​ແຫ່ງ​ນີ້. 4 ປີຜ່ານ​ມາ, ລາຍການ​ນຳ​ດົນຕີ​ມາສູ່​ໂຮງໝໍ ​ໄດ້​ດຶງ​ດູດ​ນັກ​ສິລະ​ປິນ​​ກ່ວາ 600 ຄົນ​ເຂົ້າ​ຮ່ວມ, ຮັບ​ໃຊ້​ຜູ້​ຊົມ 5 ໝື່ນ​ຄົນ​ຢູ່​ບັນດາ​ໂຮງໝໍ ​ແລະ ​ເກັບ​​ເງິນ​ແຜ່​ບໍລິຈາກໄດ້​ເກືອບ 2 ຕື້​ດົ່ງ ​ເພື່ອ​ສະໜັບສະໜູນ​​ຊ່ວຍ​ເຫຼືອຄົນ​ເຈັບ​ທີ່​ທຸກ​ຍາກ. ຕາມ​ນັກຮ້ອງ ທ໋າຍທູ​ຍລີງ ​ແລ້ວ, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ລາ​ຍການ​ໄດ້ນຳ​ສານ​ທີ່​ມີ​ຄວາມ​ໝາຍ​​ເຖິງ​ທຸກ​ຄົນ. ນັກ​ຮ້ອງ ທ໋າຍທູ​ຍລີງ ຖື​ວ່າ:

“ອາດ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ລາຍການອາສາ​ສະໝັກ​ທີ່​ມີ​ຂອບ​ຂະໜາດໃຫຍ່​ທີ່​ສຸດ ​ຖືກ​ຈັດ​ຕັ້ງ​ຂຶ້ນຢູ່​ໂຮງໝໍ. ລາຍການ​ໄດ້​ກາຍ​ເປັນສິ່ງ​ທີ່​ລື​້ງເຄີຍ​ກັບ​ບັນດາ​ໂຮງໝໍ, ຖັນ​ແຖວ​ແພດ​ໝໍ ​ແລະ ຄົນ​ເຈັບ, ນັ້ນ​ແມ່ນ​ຄວາມ​ຜາ​ສຸກ​ຂອງ​ພວກ​ເຮົາ”.

ຂ່າວ/ບົດ​ອື່ນ