ລາຍການນຳສະເໜີ ແລະ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການເຕັກໂນໂລຢີປີ 2017

(VOVWORLD) - ລາຍການນຳສະເໜີ ແລະ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການປີ 2017 ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ເຕັກໂນໂລຢີ - ຍົກລະດັບຄຸນນະພາບຊີວິດການເປັນຢູ່”
ລາຍການນຳສະເໜີ ແລະ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການເຕັກໂນໂລຢີປີ 2017 - ảnh 1ັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ ຈູງອັກແອງ ກ່າວຄຳເຫັນໄຂລາຍການ 

ໃນວັນທີ 22 – 24 ພະຈິກ, ຢູ່ນະຄອນ ດ່ານັ້ງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຈັດຕັ້ງລາຍການນຳສະເໜີ ແລະ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການປີ 2017 ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ເຕັກໂນໂລຢີ - ຍົກລະດັບຄຸນນະພາບຊີວິດການເປັນຢູ່”. ເຂົ້າຮ່ວມພິທີໄຂໃນຕອນຄ່ຳວັນທີ 22 ພະຈິກ, ທ່ານ ຈູງອັກແອງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໃຫ້ຮູ້ວ່າ:

        “ເຫດການນຳສະເໜີ ແລະ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນ ນັກວິທະຍາສາດ, ວິສາຫະກິດ ແລະ ນັກຄຸ້ມຄອງຜ່ານການຊຸກຍູ້ການໝູນໃຊ້ ແລະ ຖ່າຍທອດປ່ຽນໃໝ່ເຕັກໂນໂລຢີຂອງວິສາຫະກິດ, ກວດກາ, ຕີລາຄາ ແລະ ໜູນຊ່ວຍແກ້ໄຂ ການພົວພັນລະຫວ່າງການສະໜອງ - ຄວາມຕ້ອງການຂອງບັນດາວິສາຫະກິດຢ່າງມີປະສິດທິຜົນ, ຮຽກຮ້ອງນັກລົງທຶນຂອງບັນດາວິສາຫະກິດ ແລະ ຜະລິດຕະພັນຈາກໝາກຜົນການຄົ້ນຄ້ວາຂອງວິທະຍາສາດພັດທະນາເຕັກໂນໂລຢີ.”

        ທີ່ເຫດການ, ກ່ວາ 200 ຫົວໜ່ວຍພາຍໃນປະເທດ ແລະ ອົງການຈັດຕັ້ງ, ວິສາຫະກິດຕ່າງປະເທດຄື: ອາເມລິກາ, ຍີ່ປຸ່ນ, ລັດເຊຍ, ສ. ເກົາຫຼີ… ແນະນຳກ່ວາ 500 ຜະລິດຕະພັນ, ວິວັດການເຕັກໂນໂລຢີ, ອຸປະກອນຄົ້ນຄ້ວາເຖິງແຂກທີ່ມາຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ