ລາຍ​ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາ​ມ​ສະ​ໝັກ​ໃຈ “ກັງ​ຫັນ​ລົມແດງ 2021” ຢູ່​ຮ່າ​ໂນ້ຍ

(VOVWORLD) -  ໃນລະຫວ່າງວັນທີ 13 ແລະ ວັນທີ 14 ຕຸລາ 2021 ຢູ່ ຫໍຊາວໜຸ່ມ ຮ່າໂນ້ຍ ຈະດຳເນີນລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ “ກັງຫັນລົມແດງ 2021”.
ລາຍ​ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາ​ມ​ສະ​ໝັກ​ໃຈ “ກັງ​ຫັນ​ລົມແດງ 2021” ຢູ່​ຮ່າ​ໂນ້ຍ - ảnh 1ລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ “ກັງຫັນລົມແດງ 2021” (ພາບ: nhandan.vn)

 ນີ້ແມ່ນໜຶ່ງໃນສອງ ລາຍການບໍລິຈາກເລືອດທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງສະມະຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ຮ່າໂນ້ຍ (ສະມາຄົມ 15/10) ສົມທົບກັບ ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ຈັດຕັ້ງຂຶ້ນ.

        ປີນີ້ແມ່ນປີທີ 9 ທີ່ລາຍການ ກັງຫັນລົມແດງ ຖືກຈັດຂຶ້ນດ້ວຍສານທີ່ວ່າ “ວາວຊວນລົມ - ກັງຫັນລົມປິ່ນ - ມອບຄວາມຮັກໃຫ້ກັນ - ເຕີມເຕັມຄວາມຜາສຸກ” ດ້ວຍຄວາມໝັ້ນໝາຍວ່າ ຈະນຳມາເຊິ່ງສິ່ງທີ່ໃໝ່ອ່ຽມຫຼາຍຢ່າງ. ລາຍການດັ່ງກ່າວ ຖືກຈັດຂຶ້ນໃນເດືອນ ກັນຍາ ແລະ ຕຸລາ ຂອງທຸກໆປີ ດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກກວ່າ 300 ຫາ 500 ຄົນ ຢູ່ ມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນ ຮ່າໂນ້ຍ.

        ຄາດວ່າ ລາຍການດັ່ງກ່າວ ຈະໄດ້ຮັບການບໍລິຈາກເລືອດກວ່າ 1000 ຖົງ ເພື່ອຊ່ວຍເຫຼືອຄົນເຈັບຜູ້ທີ່ພວມຕ້ອງການເລືອດ.

ທູຮັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ