ລາຍ​ການພົບ​ປະ​ແລກ​ປ່ຽນ​ສືບ​ທອດ​ມູນ​ເຊື້ອ “ໄວ​ໜຸ່ມ​ຈົດ​ຈຳ​ຄຳ​ພິ​ໄນ​ກຳ​ຂອງ​ລຸງ​ໂຮ່”

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ (1969 – 2024), ຕອນເຊົ້າວັນທີ 28 ສິງຫາ, ຢູ່ທຳນຽບປະທານປະເທດ, ຄະນະໂຄສະນາສຶກສາ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັນຈັດລາຍການພົບປະແລກປ່ຽນສືບທອດມູນເຊື້ອ ດ້ວຍຫົວຂໍ້ “ໄວໜຸ່ມຈົດຈຳຄຳພິໄນກຳຂອງລຸງໂຮ່”.

ລາຍ​ການພົບ​ປະ​ແລກ​ປ່ຽນ​ສືບ​ທອດ​ມູນ​ເຊື້ອ “ໄວ​ໜຸ່ມ​ຈົດ​ຈຳ​ຄຳ​ພິ​ໄນ​ກຳ​ຂອງ​ລຸງ​ໂຮ່” - ảnh 1ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ທົບທວນຄືນສະພາບການກຳເນີດ, ເນື້ອໃນຫຼັກແຫຼ່ງ, ຄຸນຄ່າ ແລະ ຄວາມໝາຍຂອງຄຳພິໄນກຳປະທານ ໂຮ່ຈີມິນ (ພາບ: VOV)

ໃນລາຍການດັ່ງກ່າວ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ທົບທວນຄືນສະພາບການກຳເນີດ, ເນື້ອໃນຫຼັກແຫຼ່ງ, ຄຸນຄ່າ ແລະ ຄວາມໝາຍຂອງຄຳພິໄນກຳປະທານ ໂຮ່ຈີມິນ. ຕາມອ້າຍ ດວ່ານກວາງຈູງ, ສູນພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ພອນສະຫວັນໜຸ່ມ ແລ້ວ, ໃນຍຸກສະໄໝປະຕິວັດເຕັກໂນໂລຢີໃນປັດຈຸບັນ, ຄຳຕັກເຕືອນກ່ຽວກັບບົດບາດປະຈັນບານຂອງໄວໜຸ່ມ ໃນຄຳພິໄນກຳ ປະທານ ໂຮ່ຈີມິນ ນັບມື້ນັບມີຄວາມໝາຍກວ່າເວລາໃດໝົດ.

        “ຊາວໜຸ່ມຍາມໃດກໍແມ່ນກຳລັງປະຈັນບານນຳໜ້າໃນຂະບວນວິວັດຕໍ່ສູ້ປົດປ່ອຍຊາດ, ສຳລັບຊາວໜຸ່ມປັດຈຸບັນ ຕ້ອງປະຈັນບານໃນຂະບວນວິວັດຫັນເປັນດີຈີຕອນ, ເຊື່ອມໂຍງເຂົ້າກັບສາກົນ, ໝູນໃຊ້ທ່າໄດ້ປຽບ, ຜົນງານຂອງການປະຕິວັດອຸດສາຫະກຳ 4.0. ພາລະກຳຂອງໄວໜຸ່ມ ຍັງແມ່ນບົດບາດປະຈັນບານ”.

ຕອບກັບ

ຂ່າວ/ບົດ​ອື່ນ