ລາຍການພົບປະແລກປ່ຽນສິລະປະ “ຍືນຍົງຄົງຕົວກັບປະເທດຊາດຕະຫຼອດໄປ”

(VOVWORLD) - ລາຍການໄດ້ຈັດຂຶ້ນເພື່ອເປັນການສືບທອດຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” “ຕອບບຸນແທນຄຸນ” ຂອງຊາດ ຫວຽດນາມ
ລາຍການພົບປະແລກປ່ຽນສິລະປະ “ຍືນຍົງຄົງຕົວກັບປະເທດຊາດຕະຫຼອດໄປ” - ảnh 1

        ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (1947 – 2024), ຕອນຄ່ຳວັນທີ 05 ສິງຫາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ຈັດລາຍການພົບປະແລກປ່ຽນສິລະປະ “ຍືນຍົງຄົງຕົວກັບປະເທດຊາດຕະຫຼອດໄປ”. ເຂົ້າຮ່ວມລາຍການມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ແມ່ ຫວຽດນາມ ວິລະຊົນ, ຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

        ລາຍການໄດ້ຈັດຂຶ້ນເພື່ອເປັນການສືບທອດຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” “ຕອບບຸນແທນຄຸນ” ຂອງຊາດ ຫວຽດນາມ, ພ້ອມທັງ, ຮຽກຮ້ອງສັງຄົມສືບຕໍ່ສະຫງວນຄວາມເອົາໃຈໃສ່, ຕອບບຸນແທນຄຸນບັນດາແມ່ ຫວຽດນາມ ວິລະຊົນ, ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ກ່າວຄຳເຫັນທີ່ລາຍການ, ທ່ານພົນຕີ ຮ່ວາງແຄງຮືງ, ປະທານສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ເນັ້ນໜັກວ່າ:

        “ຕາມຕົວເລກສະຖິຕິແລ້ວ, ທົ່ວປະເທດມີນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 1,2 ລ້ານຄົນ. ເກືອບ 50 ປີໄດ້ໄປພົ້ນໄປແລ້ວ, ປະເທດຊາດໄດ້ໂຮມເປັນເອກະພາບ, ແຕ່ຊາດ ຫວຽດນາມ ຍັງມີວຽກງານໃຫຍ່ຫຼວງທີ່ຕ້ອງເຮັດສຳລັບນັກຮົບເສຍສະຫຼະຊີວິດເພື່ອຊາດ 530.000 ຄົນ, ໝາຍຄວາມວ່າ ມີເກືອບ 530.000 ຄອບຄົວຍັງລໍຄອຍໄດ້ຮັບອັດຖິຍາດຕິພີ່ນ້ອງຂອງຕົນກັບເມືອບ້ານເກີດເມືອງນອນ. ໃນຈຳນວນນັ້ນ, ຍັງມີ 180.000 ອັດຖິຍັງນອນຢູ່ສະໜາມຮົບ”.

ຕອບກັບ

ຂ່າວ/ບົດ​ອື່ນ