ລາຍການພົບປະແລກປ່ຽນສິລະປະ “ວິວັດທະນາການເພື່ອອະນາຄົດອັນສົດໃສ”

ລາຍການພົບປະແລກປ່ຽນສິລະປະ “ວິວັດທະນາການເພື່ອອະນາຄົດອັນສົດໃສ” - ảnh 1
ລາຍ​ການ​ສິ​ລະ​ປະວິ​ວັດ​ການ​ເພື່ອ​ອະ​ນາ​ຄົດ​ອັນ​ສົດ​ໃສ

(vovworld)- ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ສ​ິ​ລະ​ປະ “ວິ​ວັດ​ການ​ເພື່ອ​ອະ​ນາ​ຄົດ​ອັນ​ສົດ​ໃສ” ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 4/4 ຢູ່ ສູນ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ເຮືອນ​ເລກ​ທີ 58 ກວານ​ຊື ຮ່າ​ໂ​ນ້ຍ, ໂດຍ​ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ຕົກ​ຄ້າງ​ຫລັງ​ສົງ​ຄາມ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ພ້ອມ​ກັບ​ສະ​ມາ​ຄົມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ຕົກ​ຄ້າງ ຫວຽດ​ນາມ​ສົມ​ທົບ​ກັນ​ຈັດ​ຕັ້ງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ປ້ອງ​ກັນ​,ຄວບ​ຄຸມ​ລູ​ກ​ລະ​ເບີດ​ໂລກ (4/4). ລາຍ​ການ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວິ​ວັດ​ທະ​ນາ​ການ​ຈ​າກປະ​ເທດ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ ແລະ ຖືກ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຢ່າງ​ຫ​ນັກ​ຫ​ນ່ວງກວ່າ​ໝູ່​ໃນ​ໂລກ ມ​ຸ້ງ​ໄປ​ເຖິງ​ກາຍ​ເປັນ​ປະ​ເທດບໍ່​ມີ​ໄພ​ອັນ​ຕະ​ລາຍ​ຈາກ​ລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຕົກ​ຄ້າງ​ຫລັງ​ສົງ​ຄາມ. ລາຍ​ການ​ດັ່ງ​ກ່າວ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ການ​ປ້ອງ​ກັນ ຄວບ​ຄຸມ​ລູກ​ລະ​ເບີດ​ຕົກ​ຄ້າງ​ຫລັງ​ສົງ​ຄາມ​​ໃນປະ​ຊາ​ຄົມ ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ສັງ​ຄົມ​ໃນ​ການ​ແກ້​ໄຂ,  ​ຫ​ນູນ​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ. ທ່ານ ຫງວຽນ​ຈ້ອງ​ດາມ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ສືບ​ຕໍ່​ຂົນ​ຂວາຍ​ກາ​ນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ສັງ​ຄົມ​ໃນ​ການ​ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ເພື່ອ​ປະ​ຕິ​ບັດ​ລາຍ​ການ ແລະ ສະ​ເຫ​ນີ​ປະ​ຊາ​ຊົນ​ທ​ຸກ​ຊັ້ນ​ວັນ​ນະ ແລະ ວົງ​ຄະ​ນາ​ຍາດ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ​ຢູ່​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ​ຕັ້ງ​ຫ​ນ້າ​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ. ລະ​ດົມ​ກຳ​ລັງ​ແຮງ​ສັງ​ລ​ວມ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ປະ​ຕິ​ບັດ​ສຳ​ເລັດ​ເປ​ົ້າ​ໝາຍ​ເພືື່ອ​ໃຫ້​ຫວຽດ​ນາມ ບໍ່​ມີ​ລູກ​ລະ​ເບີດ​ຕົກ​ຄ້າງ​ຫລັງ​ສົງ​ຄາມ.”


ຕອບກັບ

ຂ່າວ/ບົດ​ອື່ນ