ລາຍການພົບປະແລກປ່ຽນສິລະປະຕອບບຸນແທນຄຸນນັກຮົບເສຍສະຫຼະຊີວິດເພື່ອຊາດ“ສົ່ງຊື່ຄືນໃຫ້ອ້າຍ”

ລາຍການພົບປະແລກປ່ຽນສິລະປະຕອບບຸນແທນຄຸນນັກຮົບເສຍສະຫຼະຊີວິດເພື່ອຊາດ“ສົ່ງຊື່ຄືນໃຫ້ອ້າຍ” - ảnh 1
ການປະຊຸມຂ່າວໃນວັນທີ 19/7

(vovworld) – ວັນ​ທີ 22/7 ຈະ​ມາ​ເຖິງ, ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ຕອບ​ບຸນ​ແທນ​ຄຸນ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ດ້ວຍ​ຫົວ​ຂໍ້​ວ່າ “ສົ່ງ​ຊື່​ຄືນ​ໃຫ້​ອ້າຍ” ຈະ​ດ​ຳ​ເນີນ​ຢູ່​​ໂຮງ​ລະຄອນ​ໃຫຍ່​ນະຄອນ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2016). ລາຍການ​ນີ້​ເພື່ອ​ແນ​ໃສ່​ເຊີດ​ຊູ​ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່ ຫວຽດນາມ ວິລະ​ຊົນ ​ໃນ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 19/7, ຢູ່​ຮ່າ​ໂນ​້ຍ, ພົນ​ຕີ ​ເລ​ວັນ​ເຮີ​ນ, ປະທານ​ສະມາຄົມ​ໜູນ​ຊ່ວຍ​ຄອບຄົວ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ລາຍການ​ໃຫ້​ຮູ້​ວ່າ:

        “ສະມາຄົມ​ໜູນ​ຊ່ວຍ​ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຫວຽດນາມ ​ແມ່ນ​ອົງການຈັດ​ຕັ້ງ​ສັງຄົມ, ​ໃນ​ຫຼາຍປີຜ່ານມາ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ ​ແລະ ຊັນນະສູດ ADN, ພິສູດ​ເອກະສານ​ບຸກຄົນນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​​ໃນ​ອັດຖິ​ກ່ວາ 600 ຊຸດ, ບັນລຸ​ໝາກຜົນ​ຊັດ​ເຈນ​ກ່ວາ 76%, ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ເຈັບ​ປວດ, ຄວາ​ມ​ເສຍ​ຫາຍ​ໂດຍ​ສົງຄາມ​ປະ​ໄວ້​ໃຫ​້. ຈາກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ຂອງ​ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ປີ​ນີ້​ແມ່ນ “ສົ່ງ​ຊື່​ຄືນ​ໃຫ້​ອ້າຍ”, ປຽບ​​ເໝືອສານ​​ທີ່​ສົ່ງ​ເຖິງ​ທຸກໆ​ຄົນ, ຕ້ອງ​ມານະ​ພະຍາຍາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ຄວາມ​ໝາຍ​ນີ້ ​ແລະ ຄວາມ​ຮັບຜິດ​ຊອບ​ຂອງ​ພວກ​ເຮົາ​ແຕ່ລະຄົນ.”


ຂ່າວ/ບົດ​ອື່ນ