ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ສ້າງກອງ​ທຶນ​ໃຫ້​ແກ່​ຄົນ​​​ທຸກ​ຍາກທີ່ເປັນ​ໂລກມະເຮັງ

(VOVWORLD) -ຕອນຄ່ຳວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນສິລະປະສ້າງກອງທຶນໜູນຊ່ວຍຄົນທຸກຍາກ ທີ່ເປັນໂລກມະເຮັງ ດ້ວຍຫົວຂໍ້ “ອະນາຄົດທີ່ສົດໃສ”.
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ສ້າງກອງ​ທຶນ​ໃຫ້​ແກ່​ຄົນ​​​ທຸກ​ຍາກທີ່ເປັນ​ໂລກມະເຮັງ - ảnh 1ລາຍການພົບປະແລກປ່ຽນສິລະປະສ້າງກອງທຶນໃຫ້ແກ່ຄົນທຸກຍາກທີ່ເປັນໂລກມະເຮັງ (ພາບ: tintuc.vn)

ເຂົ້າຮ່ວມລາຍການມີທ່ານນາງ ເຈືອງທິມາຍ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເຈ່ິນແທັງເໝີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

        ທີ່ລາຍການ, ບັນດາຜູ້ແທນໄດ້ຊົມບັນດາຮູບພາບ, ຮັບຟັງການແບ່ງປັນຂອງຄົນທຸກຍາກ ທີ່ເປັນໂລກມະເຮັງ  ແຕ່ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຄວາມຮັກແພງຈາກຄອບຄົວ, ໝູ່ເພື່ອນ ແລະ ບັນດາແພດໝໍ, ໄດ້ຮັບຟັງການແບ່ງປັນກ່ຽວກັບບັນດາຄວາມກ້າວໜ້າໃໝ່ໃນການປິ່ນປົວໂລກມະເຮັງໃຫ້ແກ່ແມ່ຍິງຢູ່ ຫວຽດນາມ.

        ໃນຕະຫຼອດ 7 ປີທີ່ຜ່ານມາ, ກອງທຶນໄດ້ໜູນຊ່ວຍໃຫ້ແກ່ຄົນທຸກຍາກທີ່ເປັນໂລກມະເຮັງໜູນຊ່ວຍການປິ່ນປົວ ແລະ ມອບຂອງຂວັນໃຫ້ແກ່ຄົນທີ່ເປັນໂລກມະເຮັງ 26 ພັນ ຄົນໃນທົ່ວປະເທດ, ກວດ ແລະ ພົບເຫັນພະຍາດໂລກມະເຮັງໂດຍໄວໃຫ້ແກ່ປະຊາຊົນ 70 ພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ