ລາຍການພົບປະແລກປ່ຽນສະແດງສິລະປະ “ເພື່ອຊີວິດທີ່ສະຫງົບສຸກ”

(VOVWORLD) - ປະຈຸບັນ, ດັກລັກມີເນື້ອທີດິນ 12.700 ເຮັກຕາ ຍັງມີລູກລະເບີດຕົກຄ້າງ ແຕ່ມາຮອດປະຈຸບັນ, ມີເກືອບ 4% ເນື້ອທີ່ດິນໄດ້ຮັບການກວດ, ເກັບກູ້ລູກລະເບີດ.
ລາຍການພົບປະແລກປ່ຽນສະແດງສິລະປະ “ເພື່ອຊີວິດທີ່ສະຫງົບສຸກ” - ảnh 1 ການມອບຂອງຂວັນໃຫ້ບັນດາຜູ້ປະສົບເຄາະຮ້າຍທີ່ລາຍການ

ຕອນຄ່ຳວັນທີ 9 ທັນວາ, ຢູ່ສູນວັດທະນະທຳແຂວງ ດັກລັກ, ກອງບັນຊາການທະຫານຊ່າງແສງ, ກອງທຶນໜູນຊ່ວຍແກ້ໄຂຜົນຮ້ານຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ດັກລັກ ຈັດຕັ້ງລາຍການສະແດງສິລະປະ “ເພື່ອຊີວິດທີ່ສະຫງົບສຸກ” ແລະ ມອບຂອງຂວັນໃຫ້ບັນດາຜູ້ປະສົບເຄາະຮ້າຍຖືກຮັບບາດເຈັບ, ເສຍອົງຄະຍ້ອນລູກລະເບີດ. ລາຍການນອນໃນບັນດາການເຄື່ອນໄຫວໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ໃນການປ້ອງກັນ, ສະກັດກັ້ນ, ຫລຸດຜ່ອນອຸບັດຕິເຫດຍ້ອນລູກລະເບີດ, ວັດຖຸລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ, ຈັດຕັ້ງຢູ່ແຂວງດັກລັກ ໃນວັນທີ 8 – 9 ທັນວາ. ປະຈຸບັນ, ດັກລັກມີເນື້ອທີດິນ 12.700 ເຮັກຕາ ຍັງມີລູກລະເບີດຕົກຄ້າງ ແຕ່ມາຮອດປະຈຸບັນ, ມີເກືອບ 4% ເນື້ອທີ່ດິນໄດ້ຮັບການກວດ, ເກັບກູ້ລູກລະເບີດ.  ເນື່ອງໃນໂອກາດນີ້, ກອງທຶນໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ຫວຽດນາມ ໄດ້ມອບຂອງຂວັນ 20 ພູດ, ແຕ່ລະພູດມີມຸນຄ່າ 12 ລ້ານດົ່ງ, ໜູນຊ່ວຍໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ດັກລັກ.

ຕອບກັບ

ຂ່າວ/ບົດ​ອື່ນ