ລາຍການພົບປະແລກປ່ຽນສະແດງສິລະປະ“ປະເທດຊາດຈາລຶກຄຸນງາມຄວາມດີຕະຫລອດໄປ”

ລາຍການພົບປະແລກປ່ຽນສະແດງສິລະປະ“ປະເທດຊາດຈາລຶກຄຸນງາມຄວາມດີຕະຫລອດໄປ” - ảnh 1
ພິທີສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ -
ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/07/1947 – 27/07/2016)
(ພາບ: ໜັງສືພິມປະຊາຊົນ)

(vovworld) – ​ ​ ​ ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ - ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/07/1947 – 27/07/2016). ຕອນ​ຕ່ຳ​ວັນ​ທີ 21/07 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການຊອກຄົ້ນ​ຫາ, ທ້ອນ​ໂຮມ​ອັດຖິ​ທະຫານ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໄດ້ຈັດ​ຕັ້ງ​ລາຍການ​ພົບປະ​ແລກປ່ຽນ​ສິລະ​ປະ “ປະ​ເທດ​ຊາດ​ຈາລຶກຄຸນງາມຄວາມດີ​ຕະຫລອດ​ໄປ” ​ເພື່ອ​ຕອບ​ບຸ​ນ​ແທນ​ຄຸນ​ບັນດາ​ນັກຮົບ​ວິລະ​ຊົນທີ່​ໄດ້​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ​ ​ເຊິ່ງ​ໄດ້​ອຸທິດ​ສ່ວນ, ​ເສຍສະຫຼະ​ຊີວິດ​​ເພື່ອພາລະກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ. ​ເຂົ້າ​ຮ່ວມ​ລາຍການ​ມີທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ທ່ານ ຫວູດຶກ​ດາມ ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ. ​ໃນ​ລາຍການ, ບັນດາ​ຜູ້​ແທນ ​ແລະ ຜູ້​ຊົມ​ໄດ້ຮັບຊົມຮູບ​ເງົາ​ສາລະ​ຄະດີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຕື່ນຕັນ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເສຍສະຫຼະ​ຊີວິດ​ທີ່ພິລະ​ອາດ​ຫານ​ຂອງ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ...​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ກໍ່​ໄດ້​ມອບ​ຂອງ​ຂວັນ​ໃຫ້​ບັນດາ​ແມ່​ຫວຽດນາມ ວິລະ​ຊົນ.

ຂ່າວ/ບົດ​ອື່ນ