ລາຍການພົບປະແລກປ່ຽນສະແດງສິລະປະ“ລະດູບານໃໝ່ໃຫ້ນ້ອງ”ຄັ້ງທີ9

ລາຍການພົບປະແລກປ່ຽນສະແດງສິລະປະ“ລະດູບານໃໝ່ໃຫ້ນ້ອງ”ຄັ້ງທີ9 - ảnh 1
ລາຍການພົບປະແລກປ່ຽນສະແດງສິລະປະ
“ລະດູບານໃໝ່ໃຫ້ນ້ອງ” ຄັ້ງທີ 9
(ພາບ: dangcongsan)


(vovworld) –​ ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​​ສະ​ແດງສິ​ລະ​ປະ “ລະ​ດູ​ບານ​ໃໝ່​ໃຫ້​ນ້ອງ” ຄັ້ງ​ທີ 9, ໂດຍ​ກະ​ຊວງ​ແຮງງ​ານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະ ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຖາ​ນ​ີໂທ​ລະ​ພາບ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ 16/01, ຢູ່​ຮ່າ​ໂນ້ຍ, ເພື່ອ​ແນ​ໃສ່​ນຳຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ມາ​ໃຫ້​ເດັກ​ທຸກ​ຍາກ, ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ເນື່ອງ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່ປະ​ຈຳ​ຊາດ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ, ປະ​ທານກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ.

      ໃນ​ທົ່ວ​ປະ​ເທດ​ມີ​ເດັກ​ນ້ອຍ 26 ລ້ານ​ຄົນ, ໃນ​ນັ້ນ​ມີ​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ເກ​ືອບ 1,5 ລ້ານ​ຄົນ. ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ ໄດ້​ລະ​ດົມ​ເງິນ 88,7 ຕື້​ດົງ​ເພື່ອ​ຊ່ວຍ​ເຫຼືອ​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ໃນ​ທົ່ວ​ປະ​ເທດ​ກວ່າ 100.000 ຄົນ. ເພື່ອ​ບັນ​ລຸ​ໄດ້​​ຜົນ​ງານ​ດັ່ງ​ກ່າວ​ກ​ໍ​ຍ້ອນ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຂອງ​ລັດ, ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວ​ນ​ບຸກ​ຄົນ, ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ໃຫ້​ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ.

      ທີ່​ລາຍ​ການ, ທ່ານ​ນາ​ງ ຟ້າມ​ທິ​ຫານ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງກະ​ຊວງ​ແຮງງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້ 11 ຫົວ​ໜ່ວຍ ແລະ ​ສ່ວນ​ບຸ​ກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ປົກ​ປັກ​ຮັກ​ສາ, ເບິ່ງ​ແຍງ​ດູ​ແລ​ເດັກ​ປີ 2015…

ຂ່າວ/ບົດ​ອື່ນ