ລາຍການພົບປະແລກປ່ຽນ“ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງ​ສົງ​ຄາມ

(VOVWORLD) -ຕອນຄ່ຳວັນທີ 3 ເມສາ, ທີ່ ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເຂົ້າຮ່ວມລາຍການພົບປະແລກປ່ຽນ “ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມ”.

ລາຍການພົບປະແລກປ່ຽນ“ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງ​ສົງ​ຄາມ - ảnh 1 ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ການພົບປະ

ກ່າວຄຳເຫັນທີ່ການພົບປະ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ເຖິງວ່າສົງຄາມເກີດຂຶ້ນກ່ອນນີ້ຫຼາຍສິບປີກໍ່ຕາມ, ແຕ່ປັດຈຸບັນ ບັນດາຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະ ລູກລະເບີດ ຍັງບໍ່ທັນແຕກ ຍັງຄົງປະກົດຂຶ້ນ, ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງສຸຂະພາບຂອງມະນຸດ ແລະ ຄວາມປອດໄພຂອງສະພາບແວດລ້ອມແຫ່ງການດຳລົງຊີວິດໃນຫຼາຍເຂດ, ພາກຂອງປະເທດຊາດ. ທາດພິດເຄມີ ຍັງຈຳກັດການພັດທະນາຂອງພື້ນຖານເສດຖະກິດ - ສັງຄົມ ແລະ ເປັນສິ່ງທ້າທາຍສຳລັບການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ. ສຳລັບໜ້າທີ່ຄວນປະຕິບັດໃນໄລຍະຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳວ່າ:

        “ທີ 1, ຄວນກຳນົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ທາດພິດເຄມີ ແມ່ນໜ້າທີ່ອັນຮີບດ່ວນ, ສະແດງໃຫ້ເຫັນລັກສະນະມະນຸດສະທຳມະນຸດສາດຢ່າງເລິກເຊິ່ງ ປະກອບສ່ວນເຂົ້າໃນວຽກງານປະຕິບັດເປົ້າໝາຍໃນການປົກປ້ອງຊີວິດອິນຊີ, ສຸຂະພາບ, ຄວາມປອດໄພຂອງປະຊາຊົນເປັນຢ່າງດີ; ເຮັດໃຫ້ສະພາບແວດລ້ອມໂປ່ງໃສ, ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຈາກລູກລະເບີດບໍ່ທັນແຕກ ແລະ ທາດພິດເຄມີ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ທີ 2, ສືບຕໍ່ກວດກາຄືນ, ສ້າງລະບອບລະບຽບການ, ນະໂຍບາຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ທາດພິດເຄມີໃຫ້ສົມບູນແບບ, ເປັນຕົ້ນແມ່ນໜູນຊ່ວຍວຽກງານສາທາລະນະສຸກ, ສ້າງວຽກເຮັດງານທຳໃຫ້ຜູ້ຖືກເຄາະຮ້າຍ ແລະ ຜູ້ມີສ່ວນກ່ຽວຂ້ອງ. ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກ, ທາດພິດເຄມີໃຫ້ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ