ລາຍການພົວພັນແລກປ່ຽນສິລະປະ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອສານປະຊາຊົນ (13/9/1945 – 13/9/2017), ຕອນຄ່ຳວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ສານປະຊາຊົນສູງສຸດ ໄດ້ສົມທົບກັບກອງບັນຊາການທະຫານເຮືອຈັດຕັ້ງລາຍການພົບປະແລກປ່ຽນສິລະປະ “ທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ”. 
ລາຍການພົວພັນແລກປ່ຽນສິລະປະ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” - ảnh 1 ການສະແດງສິລະປະທີ່ລາຍການ

ອີກຄັ້ງໜຶ່ງ, ລາຍການພົບປະແລກປ່ຽນສິລະປະ “ທະເລໝູ່ເກາະຂອງປະເທດຊາດ” ໄດ້ປຸກລຸກຄວາມຮັກທີ່ມີຕໍ່ທະເລ, ໝູ່ເກາະ ອີກເທື່ອໜຶ່ງ, ແມ່ນຂົວເຊື່ອມຕໍ່ນ້ຳໃຈທີ່ຈິງໃຈ, ຄວາມຮັກແພງລະຫວ່າງທະຫານ ແລະ ປະຊາຊົນຢູ່ເຂດດິນຕໍ່ແຜ່ນ ແລະ ທະເລ, ໝູ່ເກາະ, ປະກອບສ່ວນສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ຊາດ, ຍ້ອງຍໍນ້ຳໃຈມະຫາສາມັກຄີ… ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານ ເລຮົ່ງກວາງ, ຮອງປະທານສານປະຊາຊົນສູງສຸດ ໃຫ້ຮູ້ວ່າ:

        “ໃນຫຼາຍປີຜ່ານມາ, ການນຳສານທຸກຂັ້ນໃນທົ່ວປະເທດ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອມຸ່ງໄປເຖິງທະເລ, ໝູ່ເກາະ ດ້ວຍການຈັດຕັ້ງການໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ພະນັກງານ, ນັກຮົບທະຫານເຮືອ, ມອບເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວທະຫານ, ມອບທຶນການສຶກສາໃຫ້ລູກຫຼານຄອບຄົວທະຫານທີ່ປະສົບກັບຄວາມຫຍຸ້ງຍາກ. ບັນດາການເຄື່ອນໄຫວນັ້ນ ໄດ້ປະກອບສ່ວນສະໜິດຕິດພັນລະຫວ່າງທະຫານ ແລະ ປະຊາຊົນຫຼາຍກ່ວາອີກ, ໜູນຊ່ວຍ, ລະດົມ, ແບ່ງປັນນ້ຳໃຈກັບພະນັກງານນັກຮົບ ທີ່ພວມປົກປັກຮັກສາທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດທັງວັນ ແລະ ຄືນ.”

ຕອບກັບ

ຂ່າວ/ບົດ​ອື່ນ