ລາຍການ“ລະດູບານໃໝ່ຢູ່ບ້ານເກີດເມືອງນອນ2016”ມີການເຄື່ອນໄຫວອຸດົມສົມບູນ

ລາຍການ“ລະດູບານໃໝ່ຢູ່ບ້ານເກີດເມືອງນອນ2016”ມີການເຄື່ອນໄຫວອຸດົມສົມບູນ - ảnh 1
ພາບປະກອບຈາກVTV

(vovworld) –  ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ​ປີ 2016” ​ໃນ​ວັນ​ທີ 31/1/2016 (ກົງ​ກັບ​ວັນ​ທີ 22 ​ເດືອນ 12 ປີມະ​​ແມ) ຢູ່​ຮ່າ​ໂນ້ຍ. ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ເຊິ່ງລວມມີ: ງານ​ບຸນ​ດອກ​ໄມ້ລະດູບານ​ໃໝ່ຢູ່ ພະລາດ​ຊະ​ວັງ​ທັງລອງ, ຢ້ຽມຢາມ​ໝູ່​ບ້ານ​ອາຊີບ ຮ່າ​ໂນ້ຍ, ພິທີ​ຖະຫວາຍ​ທູບ​ທຽນ ​ແລະ ປ່ອຍ​ປາ​ໄນ​ຕາມ​ຮີດຄອງ​ປະ​ເພ​ນີ. ພິ​ເສດ, ປະທານ​ປະ​ເທດ​ອວຍພອນ​ປີ​ໃໝ່​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ລາຍການ​ພົບ​ປະ​ແລກປ່ຽນສະ​ແດງ​ສິລະປະ​ຈະ​ຈັດ​ຕັ້ງ​ຢູ່​ສວນສາທາລະນະ ​ເລ​ນີນ - ​ເສົາ​ທຸງ ຮ່າ​ໂນ້ຍ. ​ໂດຍ​ໄດ້​ເຂົ້າ​ຮ່ວມ ​ແລ​ະ ອວຍພອນ​ບຸນ​ເຕັດ​​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​, ກໍ່ມີ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການຂັ້ນສູນ​ກາງ ​ແລະ ບັນດາ​ແຂວງ, ນະຄອນ, ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງໜ້າ​ການ​ທູດ, ບັນດາ​ອົງການ​ສາກົນ​ປະຈຳ ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ