ລາຍການສິລະປະ “ພັກນຳເອົາລະດູບານໃໝ່ມາໃຫ້ພວກເຮົາ”

ລາຍການສິລະປະ “ພັກນຳເອົາລະດູບານໃໝ່ມາໃຫ້ພວກເຮົາ” - ảnh 1
ລາຍການສິລະປະ “ພັກນຳເອົາລະດູບານໃໝ່ມາໃຫ້ພວກເຮົາ”
(ພາບ: laodong.com.vn)

(vovworld) – ​​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (03/02/1930 – 03/02/2017) ​ແລະ ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ປີ​ລະກາ 2017, ຕອນ​ຄ່ຳ​ວັນ​ທີ 15/01 ສື່​ເອ​ເລັກ​ໂຕ​ນິກ ພັກ​ກອມ​ມູນິດ ຫວຽດນາມ ສົມທົບ​ກັບ​ສະມາຄົມ​ນັກ​ຮົບ​ເກົ່າ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຈັດ​ຕັ້ງ​ລາຍການ​ສິລະ​ປະ “ພັກ​ນຳ​ເອົາລະດູບານ​ໃໝ່ມາ​ໃຫ້​ພວກ​ເຮົາ” ຢູ່ ຮ່າ​ໂນ້ຍ. ລາຍການ​ສິລະ​ປະ “ພັກ​ນຳ​ເອົາລະດູບານ​ໃໝ່ມາ​ໃຫ້​ພວກ​ເຮົາ” ປີ 2017 ດ້ວຍ​ບັນດາ​ສະ​ແດງລາຍການ​ສິລະ​ປະ​ເປັນ​ເອກ​ະລັກສະ​ເພາະ ຍ້ອງຍໍ​ພັກ, ປະທານ​ໂຮ່ຈີ​ມິນ, ຄວາມ​ງາມຂອງ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້ ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຄອບຄົວ​ທຸກ​ຍາກ​ກ່ວາ 900 ພູດ.

 

ຕອບກັບ

ຂ່າວ/ບົດ​ອື່ນ