ລາຍ​ການ​ສິ​ລະ​ປະ​ພິ​ເສດ “ລະ​ດູ​ບານ​ໃໝ່​ຢູ່​ເຈື່ອງ​ຊາ” ຄັ້ງ​ທີ 11 - ປີ 2023

(VOVWORLD) - ລາຍການສິລະປະພິເສດ “ລະດູບານໃໝ່ຢູ່ເຈື່ອງຊາ” ຄັ້ງທີ 11 ຖືກຈັດຂຶ້ນໃນຕອນຄ່ຳວັນທີ 8 ມັງກອນ ຢູ່ຮ່າໂນ້ຍ, ໂດຍຄະນະໂຄສະນາສຶກສາສູນກາງພັກ ຊີ້ນຳໜັງສືພິມເອເລັກໂຕນິກ ພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານເຫຼົ່າທັບເຮືອ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ.
ລາຍ​ການ​ສິ​ລະ​ປະ​ພິ​ເສດ “ລະ​ດູ​ບານ​ໃໝ່​ຢູ່​ເຈື່ອງ​ຊາ” ຄັ້ງ​ທີ 11 - ປີ 2023 - ảnh 1ລາຍການສະແດງສິລະປະພິເສດ “ລະດູບານໃໝ່ຢູ່ເຈື່ອງຊາ” (ພາບ: TTXVN)

ລາຍການສະແດງສິລະປະພິເສດ “ລະດູບານໃໝ່ຢູ່ເຈື່ອງຊາ” ໄດ້ດຶງດູດນັກຮ້ອງ, ນັກສິລະປິນຜູ້ໂດ່ງດັງຫຼາຍຄົນເຂົ້າຮ່ວມ ແລະ ມອບສຽງເພງທີ່ສະຫງ່າອົງອາດ ດ້ວຍຄວາມຮັກຊາດ, ຮັກບ້ານເກີດເມືອງນອນມາໃຫ້ຜູ້ຊົມ.

ເຂົ້າຮ່ວມລາຍການດັ່ງກ່າວ, ເພື່ອນ ຫງວຽນບ໊າຂາຍ, ນັກສຶກສາ ສະຖາບັນສື່ມວນຊົນ ແລະ ໂຄສະນາ ແບ່ງປັນວ່າ:

“ນ້ອງຍັງບໍ່ທັນມີໂອກາດໄດ້ໄປຢາມເຈື່ອງຊາ ຈັກເທື່ອ. ເລື່ອງໄດ້ໄປຢາມ ເຈື່ອງຊາ ແມ່ນຄວາມຝັນຂອງນ້ອງ. ນ້ອງຮູ້ສຶກເຄົາລົບນັບຖືນ້ຳໃຈທີ່ອົງອາດກ້າຫານຂອງບັນດາທະຫານເຮືອຢູ່ເຈື່ອງຊາ. ຍາມໃດນ້ອງກໍຫວັງວ່າ ໃນໄລຍະຈະມາເຖິງ ຈະມີໂອກາດໄປມາຢາມເຈື່ອງຊາ”.

ຕອບກັບ

ຂ່າວ/ບົດ​ອື່ນ