ລາຍການສິລະປະ“ວັນບຸນວິສາຂະບູຊາສັກກະລະບູຊາ”

ລາຍການສິລະປະ“ວັນບຸນວິສາຂະບູຊາສັກກະລະບູຊາ” - ảnh 1

ລາຍ​ການ​ສິລະ​ປະ“ວັນ​ບຸນວິສາຂະບູຊາ​ສັກກະ​ລະ​ບູຊາ”
(ພາບ: ND)

(vovworld) – ລາຍການສິລະ​ປະ “ວັນ​ບຸນວິສາຂະບູຊາ​ສັກກະ​ລະ​ບູຊາ” ​ໂດຍ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 3/5 ຢູ່​ນະຄອນ ​ໂຮ່ຈີ​ມິນ. ບັນ​ດາລາ​ຍການສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​​​​ໂດຍ​ບັນດາ​ຄອບຄົວ​ພຸດທະສາສະນິກກະ​ຊົນ, ວັດຕ່າງໆ​ທີ​ມາ​ຈາກ 24 ຄະນະ​ບໍລິຫານ​ງານ​ພຸດທະ​ສາສະໜາ ຫວຽດນາມ ບັນດາ​ເມືອງ​ໃນ​ບໍລິ​ເວນ​ນະຄອນ ​ໂຮ່ຈີ​ມິນ ຈັດ​ທຳ, ບັນດາ​ລາຍການ​ສິລະ​ປະ​ດັ່ງກ່າວ​ໄດ້​ສົ່ງ​ສານ​ທີ່​ວ່າ: ຢູ່​ໃນ​ສິນ ກິນ​ໃນ​ທຳຂ​ອງບັນດາພຸດທະ​ສາສະ​ນິກກະ​ຊົນ ຫວຽດນາມ, ບັນດາ​ຈຸດ​ງາມ​ຂອງ​ສາສະໜາ​ພຸດ ​ໃນ​ຊີວິດ​ປະຈຳ​ວັນ​ຂອງຊາວ ຫວຽດນາມ ​ໃນ​ປະຈຸ​ບັນ ​ແລະ ​ອວຍພອນ​​ໃຫ້ທຸກ​ໆ​ຄົນມີ​ຄວາມ​ຜາ​ສຸກ.

    ລາຍການສິລະ​ປະ “ວັນບຸນ​ວິສາຂະບູຊາ​ສັກກະ​ລະ​ບູຊາ” ​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ມຸ່ງ​ໄປ​ເຖິງ​ວັນ​ວິສາຂະບູຊາ 2014 ​ຂອງ​ພຸດທະ​ສາສະໜາ ​ແລະ ພຸດທະສາສະນິກກະ​ຊົນ ນະຄອນ ​ໂຮ່ຈີ​ມິນ, ກໍ່​ຄືອວຍພອນ ວັນບຸນວິສາຂະບູຊາ​ ສະຫະ​ປະຊາ​ຊາດ ພສ 2558 – 2014 ​ໂດຍ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຢູ່ ວັດ ບ໋າຍດີ໋ງ, ​ແຂວງ ນີງບິ່ງ​ແຕ່​ວັນ​ທີ 7 – 11/5/2014, ດ້ວຍ​ຫົວ​ຂໍ້​ວ່າ “ພຸດ​ທະ​ສາສະໜາ​ປະກອບສ່ວນ​ປະຕິບັດ​ສຳ​ເລັດບັນດາ​ຈຸດໝາຍ​ສະຫັດ​ສະວັດ ຂອງ ສປຊ”.



ຂ່າວ/ບົດ​ອື່ນ