ລາຍການສີລະປະສະເຫຼີມສະຫຼອງ 45 ປີແຫ່ງລະດູບານໃໝ່ປີວອກ 1968

ລາຍການສີລະປະສະເຫຼີມສະຫຼອງ 45 ປີແຫ່ງລະດູບານໃໝ່ປີວອກ 1968 - ảnh 1
ລາຍການ​ສີ​ລະ​ປະ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ລະດູບານ​ໃໝ່ປີວ​ອກ 1968
(ພາບ:phunuonline.com.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 10/02, ຢູ່​ສວນສາທາລະນະ 23/9, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ລາຍ​ງານ​ສະ​ແດງ​ສີ​ລະ​ປະ​ພິ​ເສດ ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ແລະ ລຸກ​ຮື້​ຂຶ້ນລະດູບານ​ໃໝ່ປິວ​ອກ (1968 – 2013) ດ້ວຍ​ຫົວ​ຂໍ້​ວ່າ “ຫວນ​ຄືນ​ລະດູບານ​ໃໝ່​​ປະ​ຫວັດ​ສາດ”. ລາຍການ​ໄດ້​ວາດ​ພາບບັນຍາກາດ​ທີ່​ຟົກດຟື້ນ, ສະຫງ່າອົງອາດ​ຂອງ​ປະຊາ​ຊົນ​ຫວຽດນາມ​ ໃນ​ຊຸມ​ວັນໃກ້ຈະ​ຮອດ​ບຸນ​ປີ​ໃໝ່ ປີວ​ອກ 1968, ພິ​ເສດ​ແມ່ນຄໍ່າ​ຄືນ​ສະ​ແດງ​ສີ​ລະ​ປະ “​ເຕັດ​ກວາງ​ຈູງ”, ທີ່​ໄດ້​ເຕົ້າ​ໂຮມ​ ​ແລະ ປຸກ​ລະດົມຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ​ນັບ​ໝື່ນ​ຄົນ ກ່ຽມພ້ອມ​ ​ລຸກ​ຮື້ຂຶ້ນ​ຍາດ​​ເອົາ​ອຳນາດການ​ປົກຄອງ, ສ້າງ​ການ​ບຸນ​ໂຈມ​ຕີ​ທາງ​ດ້ານ​ການ​ເມືອງ​ໂດຍບັງ​ເອີ້ນ, ​ເປັນ​ບາດກ້າວ​ໃຫ້​ແກ່ການ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ແລະ ລຸກ​ຮື້​ຂຶ້ນ​ໃນ​ລະດູບານ​ໃໝ່ປີວ​ອກ 1968. ລາຍກາ​ນຍັງ​ສະ​ແດງ​ບັນ​ຍາ​ກາດ​ລະດູ​ນບານ​ໃໝ່​ວຽນມາພ້ອມ​ກັບ​ປະ​ເທດ​ຊາດ ​ແລະ ນະຄອນ​ໂຮ່ຈິ​ມິນ​ ວິລະ​ຊົນ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ