ລາຍການສິລະປະສະເຫຼີມສະຫຼອງ500ປີແຫ່ງວັນພົວພັນຫວຽດນາມ-ປອກຕຸຍການ

ລາຍການສິລະປະສະເຫຼີມສະຫຼອງ500ປີແຫ່ງວັນພົວພັນຫວຽດນາມ-ປອກຕຸຍການ - ảnh 1
ລາຍການສິລະປະສະເຫຼີມສະຫຼອງ 500 ປີແຫ່ງ
ວັນພົວພັນຫວຽດນາມ-ປອກຕຸຍການ

(vovworld) -  ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 500 ປີ​ແຫ່ງວັນ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ປອັກ​ຕຸຍ​ການ (1516 - 2016) ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ທັງ​ເປັນທູດ​ຮັບ​ຜິດ​ຊອບ ປອັກ​ຕຸຍ​ການ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ປອັກ​ຕຸຍ​ການ ຫາ​ກໍ່​ຈັດ​ຕັ້ງ​ 2 ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະພິ​ເສດ. ກ່າວ​ຄຳ​ເຫັນ​ທີ່​ພິທີ ທ່ານ ຫງວຽນ​ງອກ​ເຊີນ ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຝະລັ່ງ ທັງ​ເປັນ​ທູດ​ຮັບຜິດຊອບ ປອັກ​ຕຸຍ​ການ ​ໄດ້​ຫວນ​ຄືນ​ການ​ພົວພັນ​ທີ່​ໄດ້​ຮັບ​ການສ້າງ​ຕັ້ງມາ​ເປັນ​ເວລາ 500 ປີ ນັບ​ແຕ່​ເມື່ອ​ຊາວ ປອັກ​ຕຸຍ​ການ ​ໄດ້​ເຂົ້າ​ທຽບທ່າກ່ຳ​ປັ່ນ ​ໂຮ້ຍອານ ທາງ​ພາກ​ກາງ ຫວຽດນາມ ຄັ້ງທຳ​ອິດ​ໃນ​ປີ 1516 ​ແລະ ຫລັງ​ຈາກ​ນັ້ນ 100 ປີ ​ຊາວ ປອັກ​ຕຸຍ​ການ (ທ່ານ Francisco de Pina) ​ໄດ້​ປະດິ​​ດຕົວໜັງສືຂອງ​ຊາວ ຫວຽດນາມ ​ໃນປະຈຸ​ບັນ. ​ກໍ່ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ງອກ​ເຊີນ ​ແລ້ວ ປີ2016 ​ແມ່ນ​ປີມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ​ພິ​ເສດ​ສຳລັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ປອັກ​ຕຸຍ​ການ. ທ່ານເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ງອກ​ເຊີນ ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ​ແງ່​ຫວັງ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ປອັກ​ຕຸຍ​ການ ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງແຮງ​ແນ່ນ​ອນ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ພິ​ເສດ ພາຍຫລັງ​ການ​ຢ້ຽມຢາມ​ ປອັກ​ຕຸຍ​ການ ຂອງ​ອະດີ​ດນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງການ​ພົວພັນທາງ​ການ​ທູດລະຫວ່າງ 2 ປະ​ເທດ​ໃນ​ປີຜ່ານມາ. ບັນດາ​ເພື່ອນ​ມິດ​ທີ່​ເຂົ້າ​ຮ່ວມ​ການສະ​ແດງ​ສິລະ​ປະທັງ​ໝົດ ລ້ວນ​ແຕ່ຕີ​ລາຄາ​ສູງ​ທີ່​ສຸດ​ບັນດາ​ລາຍການ​ສະ​ແດງ, ສິ່ງ​ນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ວັດທະນະທຳ ຫວຽດນາມ ກໍ່​ຄື​ສິລະ​ປະ ຫວຽດນາມ ສາມາດ​​ດຶງ​ດູດເຖິງ​ສາທາລະນະ​ຊົນ ປອັກ​ຕຸຍ​ການ.”

ຂ່າວ/ບົດ​ອື່ນ