ລາຍການສິລະປະ“ຮ້ອງເພງກ່ຽວກັບອ້າຍ-ນັກຮົບເຂດຊາຍແດນ”

ລາຍການສິລະປະ“ຮ້ອງເພງກ່ຽວກັບອ້າຍ-ນັກຮົບເຂດຊາຍແດນ” - ảnh 1
ລາຍການສິລະປະ“ຮ້ອງເພງກ່ຽວກັບອ້າຍ-ນັກຮົບເຂດຊາຍແດນ”
(ພາບ: hanoimoi)


(vovworld) - ​​​ຕອນ​ຄ່ຳ​ວັນ​ທີ 20/12, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ, ສະ​ພາ​ເຍົາ​ວະ​ຊົນສູນ​ກາງ ໄ​ດ້​ສົມ​ທົບ​ກັບກອງ​ບັນ​ຊ​າ​ການ​ທະ​ຫານ​ເຂດຊາຍ​ແດນ ຈັດ​ຕັ້ງ​ລາຍ​ການ​ສິ​ລ​ະ​ປະ “ຮ້ອງ​ເພງ​ກ່ຽ​ວ​ກັບ​ອ້າຍ - ​ນັກ​ຮົບເຂດ​ຊາຍ​ແດນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວສະ​ເຫຼີມ​ສະ​ຫຼອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ (22/12/1944 – 22/12/2015). ລາຍ​ການ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ແບ່​ງ​ປັນ, ລະ​ດົມກຳ​ລັງ​ໃຈ​ຄອບ​ຄົວ, ໂ​ດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ​ທີ່​ຕອນ​ຮັບ​ປີ​ໃໝ່​ຫ່າງ​ຈາກ​ພໍ່​ແມ່; ພ້​ອມ​ທັງ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຢ່າງ​ເລິກ​ເຊິ່ງ​ຂອງ​ໄວ​ໜຸ່ມ​ຢູ່​ແນວ​ຫຼັງ​​ທີ່ສະ​ຫງວນ​ໃຫ້​​ແກ​່ບັນ​ດາ​ອ້າຍ​ທະ​ຫານ​ຢູ່​ເຂດ​ຊາຍ​ແດນ, ເຂດ​ໝູ່​ເກ​າະ​ທີ່​ຫ່າງ​ໄກ.

      ​ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຈັດ​ຕັ້​ງ​ໄດ້​ມອບ​ຂອງ​ຂວັນ 22 ພຸດ​ໃຫ້​ບັນ​ດາ​ລູກ​ຫຼານ​ຂອງ​​ນັກ​ຮົບ​ເຂ​​ດຊາ​ຍ​ແດນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ.

ຂ່າວ/ບົດ​ອື່ນ